ໃນວັນທີ 30 ພຶດສະພາ 2018 ທີ່ຜ່ານມາ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ ( ດົງໂດກ) ເນື່ອງໃນໂອກາດທີ່ ມຊ ໄດ້ຈັດງານຕະຫລາດນັດສະໝັກງານ ຄັ້ງທີ 8 ປະຈໍາປີ 2018 ທາງບໍລິສັດລັດວິສາຫາກິດ ລາວໂທລະຄົມມະນາຄົມ ໄດ້ມອບທຶນການສຶກສາ ແກ່ນັກສຶກສາ ຜ່ານມູນນິທີການສຶກສາ ມະຫາວິທະຍາໄລແຫ່ງຊາດ. ຈຸດປະສົງ ເພື່ອເປັນການສຶບຕໍ່ ມອບທຶນການສຶກສາ ໃຫ້ແກ່ນັກສຶກສາ ທີ່ມາຈາກຄອບຄົວທຸກຍາກ ໃນບັນດາເມືອງຕ່າງໆ ໃນທົ່ວປະເທດ. ທີ່ມາສຶກສາຕໍ່ທີ່ ມຊ ເພື່ອໃຫ້ເຂົ້າເຈົ້າໄດ້ຮັບໂອກາດສຶກສາຮຽນຕໍ່ຈົນຈົບຈາກມະຫາວິທະຍາໄລແຫ່ງຊາດ ແລ້ວກັບເມືອພັດທະນາບ້ານເກີດເມືອງນອນຂອງຕົນ ເພື່ອລຶບລ້າງຄວາມທຸກຍາກ ແລະ ຄວາມດ້ອຍໂອກາດ ໃຫ້ໝົດໄປເທື່ອລະກ້າວ.
ລາວໂທລະຄົມ ແມ່ນໄດ້ມອບທຶນແກ່ນັກສຶກສາ ໃນທຸກໆປີ ໃຫ້ກັບມູນນິທີການສຶກສາ ມະຫາວິທະຍາໄລແຫ່ງຊາດ ນັບແຕ່ສົກຮຽນປີ 2009-2010 ເປັນຕົ້ນມາ ເປັນຈໍານວນເງີນ ປີລະ 50 ລ້ານກີບ, ຈໍານວນ 25 ທຶນ/ປີ, ຈົນມາຮອດປະຈຸບັນແມ່ນເປັນປີທີ 9 ລວມລວມແລ້ວ ເປັນມູນຄ່າເງີນ ທັງໝົດ ທີ່ໄດ້ມອບໄປແລ້ວ 450 ລ້ານກີບ.
ໃຫ້ກຽດເປັນປະທານມອບ ແມ່ນ ທ່ານ ທັນສະໄຫມ ຊາມຸນຕີ ຫົວຫນ້າຄະນະພັດທະນາຄຸນນະພາບການບໍລິການ, ບໍລິສັດ ລັດວິສາຫາກິດ ລາວໂທລະຄົມມະນາຄົມ.
Editor: ກຳປານາດ ລັດຖະເຮົ້າ