ຊຸດຝຶກອົບຮົມໄດ້ຈັດຂຶ້ນໃນລະຫວ່າງວັນທີ 12-14 ມີຖຸນາ 2018 ຜ່ານມາ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນສອນ ເພັດລາວັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆວຽງຈັນ, ມີ ສະຫາຍ ຈັນແປງ ດວງພະຈັນ ກຳມະການພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ, ມີບັນດາທ່ານຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ນັກສໍາມະນາກອນເຂົ້າຮ່ວມ 122 ສະຫາຍ, ຍິງ 53 ສະຫາຍ.
ໃນຊຸດຝຶກອົບຮົມຄັ້ງນີ້ບັນດານັກສຳມະນາກອນໄດ້ຮ່ຳຮຽນເອກະສານ ທັງຫມົດ 6 ເອກະສານ ແລະ ສາມາດປະເມີນຄວາມຮັບຮູ້ຄວາມເຂົ້າໃຈໄດ້ ຄື: ເອກະສານ ການກຳເນີດ ແລະ ຜົນງານອັນຍິ່ງໃຫຍ່ ໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ສາມາດຕີລາຄາ ຄວາມຮັບຮູ້ເຂົ້າໃຈໄດ້ 95 ສ່ວນຮ້ອຍ,ເອກະສານປະເທດລາວ ຄົນລາວເປັນເຈົ້າ ໄດ້ 93 ສ່ວນຮ້ອຍ, ເອກະສານຍົກສູງສະຕິລະວັງຕົວ ເພື່ອຕອບ-ຕ້ານ ຈຳກັດກົນອຸບາຍຂອງສັດຕູ ແລະ ອິດທິກຳລັງປໍລະປັກແມ່ນຄວາມຈຳເປັນພາວະວິໄສ ໄດ້ 95 ສ່ວນຮ້ອຍ, ເອກະສານປັບປຸງຄຸນທາດການເມືອງ ຄຸນສົມບັດສິນທໍາປະຕິວັດ ແລະ ຄວາມສາມາດນໍາພາຂອງສະມາຊິກພັກ ໄດ້ 92 ສ່ວນຮ້ອຍ, ເອກະສານບາງຫມວດບາງມາດຕາ ວ່າດ້ວຍ ພະນັກງານ-ລັດຖະກອນ ຂອງ ສປປ ລາວ ໄດ້ 93 ສ່ວນຮ້ອຍ, ແລະ ເອກະສານບາງຫມວດບາງມາດຕາ ຂອງກົດຫມາຍ ວ່າດ້ວຍ ການຕ້ານການສໍ້ລາດບັງຫລວງ ສາມາດຕີລາຄາຄວາມຮັບຮູ້ເຂົ້າໃຈໄດ້ 95 ສ່ວນຮ້ອຍ. ທັງນີ້ກໍເພື່ອແນໃສ່ຍົກລະດັບຕວາມຮັບຮູ້ຄວາມເຂົ້າໃຈ ກ່ຽວກັບແນວທາງນະໂຍບາຍຂອງພັກ,ລະບຽບກົດຫມາຍຕ່າງໆຂອງລັດໂດຍສະເພາະແມ່ນລະບຽບລັດຖະກອນໃຫ້ແກ່ລັດຖະກອນທີ່ໄດ້ຮັບການບັນຈຸໃໝ່ ແລະ ທັງເປັນການສ້າງໃຫ້ລັດຖະກອນໃໝ່ມີແນວຄິດຮັກຊາດ, ຮັກລະບອບໃໝ່, ຮັກອາຊີບເປັນກໍາລັງແຮງໃນການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆໃຫ້ໄດ້ຮັບຜົນສູງ.ໃນຕອນທ້າຍຂອງຊຸດຝຶກອົບຮົມຍັງໄດ້ມອບໃບຢັ້ງຢືນໃຫ້ຜູ້ສຳເລັດບັ້ນຝຶກອົບຮົມໃນຄັ້ງນີ້ຈຳນວນ 100 ກ່ວາສະຫາຍ, ເປັນກຽດມອບໂດຍ ສະຫາຍ ຈັນແປງ ດວງພະຈັນ ກຳມະການພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງວຽງຈັນ
ແຫລ່ງຂ່າວ ແຂວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ