ວັນທີ 14 ມິຖຸນາ 2018 ເມືອງຊະນະຄາມ ແຂວງວຽງຈັນ ໄດ້ເປີດກອງປະຊຸມ ຄົບຄະນະບໍລິຫານງານພັກ ຄັ້ງທີ 9 ສະໄໝທີ VI ຂອງອົງຄະນະພັກເມືອງຊະນະຄາມ ແຂວງວຽງຈັນ ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ອຸ່ນແສງ ແກ້ວດາວັນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ ທັງເປັນຜູ້ຊີ້ນຳເມືອງຊະນະຄາມ ,ມີສະຫາຍ ສະໝານ ວິເສດຍະພົງ ເລຂາພັກເມືອງ ເຈົ້າເມືອງ ເມືອງຊະນະຄາມ, ມີຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ເລຂາ ຮອງເລຂາໜ່ວຍພັກຫ້ອງການ ອົງການກົມກອງ ແລະ ເລຂາພັກບ້ານ ນາຍບ້ານຢູ່ພາຍໃນເມືອງກໍ່ເປັນກຽດເຂົ້າຮ່ວມຢ່າງພ້ອມພຽງ.
ໃນການດໍາເນີນກອງປະຊຸມແມ່ນໄດ້ຮັບຟັງການຜ່ານບົດສະຫຼຸບໃນການຊີ້ນໍາ-ນຳພາ ຂອງຄະນະບໍລິຫານງານພັກເມືອງຊະນະຄາມ ໃນການຈັດຕັ້ງປະຕິບັດວຽກງານຮອບດ້ານຢູ່ພາຍໃນເມືອງໃນໄລຍະຜ່ານມາ ນັບແຕ່ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 8 ສະໄໝທີ 6 ຂອງອົງຄະນະພັກເມືອງ ຈົນເຖິງປະຈຸບັນ ໂດຍໄດ້ຮັບຜົນສຳເລັດໃນຫຼາຍດ້ານ ທີ່ໄດ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ແລະ ມີບາງດ້ານທີ່ຕ້ອງຈະໄດ້ຮັບການແກ້ໄຂໃນຕໍ່ໜ້າ ໂດຍສະເພາະແມ່ນແບບແຜນ ວິທີເຮັດວຽກ ແລະ ຄວາມຮັບຜິດຊອບຂອງ ແຕ່ລະສະຫາຍ, ໃນກອງປະຊຸມຍັງໄດ້ມີການຄົ້ນຄ້ວາ ປະກອບຄຳຄິດຄຳເຫັນ ຂອງວຽກງານໃນແຕ່ລະຂົງເຂດ ເຊັ່ນ: ຂົງເຂດວັດທະນະທຳສັງຄົມ, ຂົງເຂດເສດຖະກິດ, ຂົງເຂດວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ອົງການຈັດ
ຕັ້ງມະຫາຊົນ ແລະ ການປະກອບຄຳຄິດ-ຄຳເຫັນຂອງວຽກງານ 3 ສ້າງ, ທັງນີ້ ກໍ່ເພື່ອເປັນການສັງເກດຕີລາຄາ ຂອງການຊີ້ນໍາ - ນໍາພາຂອງແຕ່ລະສະຫາຍ ຂອງຄະນະບໍລິຫານງານພັກເມືອງ ໃນແຕ່ລະຂົງເຂດວຽກງານ ເປັນການຊອກໃຫ້ເຫັນໄດ້ບົດຮຽນ ດ້ານດີທີ່ຕັ້ງໜ້າ ເພື່ອຊຸກຍູ້ສົ່ງເສີມ ແລະ ດ້ານຂໍ້ຂາດຕົກບົກພ່ອງ ບັນດາສາເຫດທີ່ຈະຕ້ອງໄດ້ຮັບການແກ້ໄຂໃນຕໍ່ໜ້າ.
ຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ອຸ່ນແສງ ແກ້ວດາວັນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງວຽຈັນ ຕໍ່ກັບຄຳໂອ້ລົມຂອງສະຫາຍ ລ້ວນແລ້ວແຕ່ມີຄວາມໝາຍຄວາມສຳຄັນ ເປັນຢ່າງຍິ່ງ ທັງເປັນເຂັມຊີ້ທິດແຍງທາງ ໃຫ້ແກ່ຄະນະບໍລິຫານງານພັກເມືອງ ແລະ ຜູ້ແທນກອງປະຊຸມ ເພື່ອຈະໄດ້ນຳໄປຈັດຕັ້ງປະຕິບັດ ຜັນຂະຫຍາຍຢູ່ໃນຂົງເຂດວຽກງານທີ່ຕົນເອງຮັບຜິດຊອບໃຫ້ເກີດດອກອອກຜົນໃນຕໍ່ໜ້າ.
Editor: ເມືອງຊະນະຄາມ