ໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2018 ເມືອງຫມື່ນ, ແຂວງວຽງຈັນ ໄດ້ຈັດພີທີປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງການແນວລາວສ້າງຊາດ ແລະ ຜູ້ວ່າການແທນຫ້ອງການວິທະຍາສາດ ແລະ ເຕັກໂນໂລຢີ ຂື້ນຢ່າງເປັນທາງການ ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງເມືອງຫມື່ນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພູວອນ ບຸນວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງຫມື່ນ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ມີຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານຫ້ອງການທີກ້ຽວຂອງເຂົ້າຮ່ວມ.
ໃນພິທີທ່ານ ບຸນເພັງ ເຮີບົວລົງ ກຳມະການພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງຫມື່ນ ໄດ້ໃຫ້ກຽດຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ-ເມືອງຫມື່ນ ສະບັບເລກທີ 357 / ຈມ.ມໝ ລົງວັນທີ 13 6 2018 ວ່າດ້ວຍ: ຍົກຍ້າຍພະນັກງານ-ລັດຖະກອນ ໄປປະຈຳການຢູ່ຫ້ອງການອື່ນ, ອີງຕາມ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ເລກທີ74/ສພຊ, ລົງວັນທີ 18 ທັນວາ 2015, ຜ່ານຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 104/ນຍ, ລົງວັນທີ 4 ກັນຍາ 2012 ວ່າດ້ວຍ ການຄຸ້ມຄອງພະນັກງານ-ລັດຖະກອນ ຕາມຂະແໜງການ, ຢູ່ທ້ອງຖິ່ນ ຈາກນັ້ນ ກໍ່ໄດ້ຍົກຍ້າຍ ທ່ານ ເສົາມະນີ ສີສົງຄາມ, ຫົວໜ້າຫ້ອງການວິທະຍາສາດ ແລະ ເຕັກໂນໂລຢີ ໄປປະຈຳການເປັນຮອງຫົວໜ້າຫ້ອງການແນວລາວສ້າງຊາດເມືອງ, ແລ້ວກໍ່ໄດ້ແຕ່ງຕັ້ງ ທ່ານ ຄຳພີ ບຸນທະວົງ ຮອງຫົວໜ້າຫ້ອງການວິທະຍາສາດ ແລະ ເຕັກໂນໂລຢີ ຂື້ນເປັນຜູ້ວ່າການແທນຫົວໜ້າຫ້ອງການວິທະຍາສາດ ແລະ ເຕັກໂນໂລຢີ.
ທ້າຍກອງປະຊຸມ ທ່ານ ພູວອນ ບຸນວິໄລ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງຫມື່ນ ໄດ້ໃຫ້ກຽດຂື້ນໂອ້ລົມຕໍ່ກອງປະຊຸມ ທ່ານໄດ້ເນັ້ນໜັກໃຫ້ຜູ້ທີຖຶກແຕ່ງຕັ້ງນີ້ ຈົ່ງປະຕິບັດໜ້າທີ່ວຽກຂອງຕົນເອງທີ່ຖຶກມອບໝາຍນີ້ ໃຫ້ໄປນຳໃຊ້ເຂົ້າໃນການເຮັດວຽກຕົວຈິ່ງໃຫ້ໄດ້ຮັບໝາກຮັບຜົນ ນຳໃຊ້ວຽກງານຕົນເອງໃຫ້ມີປະສິດຜົນ ເປັນຜູ້ນຳທີ່ດີໃຫ້ແກ່ລູກນ້ອງ, ເປັນຄົນທີ່ຮູ້ຮັບຜິດຊອບວຽກງານ, ສ້າງຄວາມສາມມັກຄີພາຍໃນ ແລະ ພາຍນອກ ໃຫ້ມີຄວາມຈະເລີນຮຸ່ງເຮືອງເປັນກ້າວໆ.
Editor: ເມືອງຫມື່ນ