ໃນເມື່ອບໍ່ດົນນີ້ ຄະນະບໍລິຫານງານຊາວໜຸ່ມແຂວງຄຳມ່ວນ ໄດ້ຈັດພິທີເລື່ອນສະມາຊິກພັກສຳ ຮອງຂຶ້ນເປັນສົມບູນ ຢູ່ທີ່ແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ປະລິນຍາເອກ ແກ້ວອຸດອນ ບຸດສິງຂອນ ເລຂາໜ່ວຍພັກຄະນະບໍລິຫານງານຊາວໜຸ່ມແຂວງ, ມີບັນດາແຂກຖືກເຊີນຈາກພະແນກ ການອ້ອມຂ້າງແຂວງ, ສະມາຊິກພັກສົມບູນ-ສໍາຮອງພາຍໃນຫ້ອງການຊາວໜຸ່ມເຂົ້າຮ່ວມ.
ທ່ານ ນາງ ເພັດສະໝອນ ບຸດດາ ຫົວໜ້າຂະແໜງຈັດຕັ້ງຊາວໜຸ່ມແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດເລື່ອນຊັ້ນສະມາຊິກພັກສຳຮອງຂຶ້ນເປັນສົມບູນ ຂອງພັກປະຊາຊົນ ປະຕິວັດລາວ ເຂົ້າເຄື່ອນໄຫວໃນໜ່ວຍພັກຄະນະບໍລິຫານຊາວໜຸ່ມແຂວງ ຈຳນວນ 2 ສະ ຫາຍ ຄື: ສະຫາຍ ບຸນມີ ຄໍາບຸນເຮືອນ ຮອງຫົວໜ້າຂະແໜງອົບຮົມ ແລະ ສະຫາຍນາງ ພອນສະໜຸກ ສິດທິລາດ ວິຊາການຂະແໜງອົບຮົມ ເຂົ້າເປັນສະມາຊິກພັກສົມບູນ. ເຊິ່ງມອບໃບອະນຸມັດໂດຍທ່ານ ປະລິນ ຍາເອກ ແກ້ວອຸດອນ ບຸດສິງຂອນ ພ້ອມທັງໂອ້ລົມຕໍ່ພິທີ ຈົ່ງເພີ່ມທະວີໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ພັກມອບໝາຍໃຫ້ ຢ່າງມີຜົນສຳເລັດ ເພີ່ມທະວີເອົາໃຈໃສ່ຢ່າງຕັ້ງໜ້າຕໍ່ລະ ບຽບກົດໝາຍຂອງພັກປະຊາຊົນ ປະຕິວັດລາວ ກຳແໜ້ນໄດ້ສິດ-ໜ້າທີ່ ຂອງພາລະບົດບາດຂອງຕົນຕໍ່ພັກ, ເປັນຫຼັກຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ຮັກສາໄດ້ມູນເຊື້ອອັນສະຫຼາດສ່ອງໃສຂອງພັກ ກໍຄື ປະຕິບັດ 2 ໜ້າທີ່ຍຸດທະສາດ ປົກປັກຮັກສາໝາກຜົນປະຕິວັດ ແລະ ສ້າງສາພັດທະນາປະ ເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມ, ປະຕິບັດໄດ້ 5 ຫຼັກການ 3 ທິດນໍາ ຂອງພັກວາງອອກໃຫ້ເຂັ້ມງວດ ເປັນແບບຢ່າງທາງດ້ານພຶດຕິກຳ ມີລະບຽບວິໃນ ມີຄຸນສົມບັດສິນທໍາປະຕິວັດ, ປະຕິບັດໄດ້ຕໍ່ເນື່ອງໃນ 4 ບຸກທະລຸ ແລະ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງພັກໃຫ້ປະກົດຜົນເປັນຈິງຢ່າງບໍ່ຢຸດຢັ້ງ ເພື່ອສ້າງພັກໃຫ້ປອດໃສ ໜັກແໜ້ນ ແລະ ເຂັ້ມແຂງ.
Editor: ນັກຂ່າວຊາວໜຸ່ມແຂວງຄຳມ່ວນ