ວັນທີ 18 ມິຖຸນາ 2018 ນີ້ ຢູ່ທີ່ສະໂມສອນໃຫຍ່ຂອງເມືອງຊະນະຄາມ ແຂວງວຽຈັນ ໄດ້ເປີດຊຸດຝຶກອົບຮົມ ທິດສະດີການເມືອງ - ການປົກຄອງ ໃຫ້ແກ່ຄະນະພັກບ້ານ-ນາຍບ້ານ ຢູ່ພາຍໃນເມືອງຊະນະຄາມ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສະໝານ ວິເສດຍະພົງ ເລຂາພັກເມືອງ ເຈົ້າເມືອງໆຊະນະຄາມ, ມີ ສະຫາຍ ທອງວັນ ຈັນທະລາ, ຮອງເລຂາພັກ ຮອງຜູ້ອໍານວຍການໂຮງຮຽນທິດສະດີການເມືອງ-ການປົກຄອງ ແຂວງວຽງຈັນ, ມີຄະນະປະຈຳພັກເມືອງ ກຳມະການພັກເມືອງ ຫົວໜ້າຫ້ອງການ ອ້ອມຂ້າງເມືອງ ຄະນະຮັບຜິດຊອບຂັ້ນເມືອງ ແລະ ຄະນະພັກບ້ານ, ນາຍບ້ານຢູ່ພາຍໃນເມືອງກໍ່ເປັນກຽດເຂົ້າຮ່ວມຢ່າງພ້ອມພຽງ.
ໃນການເປີດຊຸດເຝຶກອົບຮົມທິດສະດີການເມືອງ- ການປົກຄອງໃຫ້ແກ່ຄະນະພັກບ້ານ ນາຍບ້ານໃນຄັ້ງນີ້ ແມ່ນໄດ້ເປີດເປັນເມືອງ ທີ 4 ຂອງແຂວງວຽງຈັນ ແລະ ຈະໄດ້ດຳເນີນການຮຽນການສອນເປັນເວລາ 10 ວັນ ມີການຂື້ນຫ້ອງ ທັງໜົດ ໃຊ້ເວລາ 80 ຊົ່ວໂມງ, ໂຄງສ້າງຂອງຫຼັກສູດປະກອບດ້ວຍ 3 ກຸ່ມ, ກຸ່ມທິດທາງລວມ, ກຸ່ມວຽກພັກ, ກຸ່ມວຽກງານບໍລິຫານ ແລະ ການປົກຄອງ, ປະກອບມີນັກຮຽນທິດສະດີ ທັງໜົດ 34 ສະຫາຍ, ມາຈາກ 34 ບ້ານ ເຊິງລ້ວນແລ້ວແຕ່ແມ່ນຄະນະພັກຂອງບ້ານ ນາຍບ້ານ ຢູ່ພາຍໃນເມືອງ ຊະນະຄາມ.
ຈຸດປະສົງ ກໍ່ເພື່ອສ້າງໃຫ້ຄະນະພັກຮາກຖານບ້ານ ອົງການຈັດຕັ້ງມະຫາຊົນໃຫ້ມີລະດັບຄວາມຮູ້ທາງດ້ານທິດສະດີການເມືອງ - ການປົກຄອງ ແນວທາງນະໂຍບາຍຂອງພັກ ການຄຸ້ມຄອງລັດ ມີແນວຄິດຫຼັກໜັ້ນ ຊົນຊັ້ນກຳມະກອນ ມີຄວາມເຊື່ອໜັ້ນຕໍ່ການນຳພາຂອງພັກ, ສ້າງໃຫ້ຜູ້ເຂົ້າຝຶກອົບຮົມການເປັນຜູ້ທີ່ມີຄວາມຮູ້ຢ່າງເລິກເຊິ່ງທັດສະນະຂອງພັກ ແນວຄິດຂອງທ່ານໄກສອນ ພົມວິຫານ ຕໍ່ການຍົກສູງທິດສະດີການເມືອງການ - ປົກຄອງ ກົນໄກຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມ ແລະ ການປະຕິບັດຕໍ່ກົດລະບຽບຂອງລັດ ໃນແຕ່ລະໄລຍະ ທັງເປັນການສ້າງໃຫ້ນັກຝຶກອົບຮົມກຳໄດ້ ຮູ້ເລືອກເຟັ້ນເອົາບັນດາຫຼັກມູນທິດສະດີທີ່ກ້າວໜ້າ ແລະ ບົດຮຽນທີ່ດີ ເພື່ອໝູນໃຊ້ເຂົ້າໃນການວາງແຜນ ປະຕິບັດຍຸດທະສາດພັດທະນາຢ່າງຖືກຕ້ອງ ແລະ ສອດຄ່ອງ ກັບທ່າແຮງ ກັບຈຸດພິເສດຂອງແຕ່ລະບ້ານ ປັບປຸງແບບແຜນວິທີເຮັດວຽກໃຫ້ດີຂື້ນ ແລະ ໃຫ້ມີຜົນສຳເລັດໃນຕໍ່ໜ້າ.
Editor: ເມືອງຊະນະຄາມ