ໃນວັນທີ 18 ມີຖຸນາ 2018 ທີ່ສະໂມສອນ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຂະແຫນງການຍ່ອຍ ກ່ຽວກັບວຽກງານກະສິກໍາ ແລະ ພັດທະນາຊົນນະບົດ ຄັ້ງທີ 2 ປະຈໍາປີ 2018 ເຊີ່ງມີຜູ້ເຂົ້າຮ່ວມ ທີ່ເປັນຕົວແທນຈາກພາກລັດ, ເອກະຊົນ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ ຢ່າງພ້ອມພຽງ.
ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານ ຂອງທ່ານ ປອ ພວງປະຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ແລະ ຮ່ວມເປັນປະທານຮ່ວມ ມີ ທ່ານນາງ ຄຣໍ ດິນ ເລີດູ ເອກອັກຄະລັດຖະທູດ ຝຣັ່ງ ປະຈໍາ ສປປ ລາວ ແລະ ທ່ານນາງ ຄາຣິນາ ອິມໂມເນັນ ຜູ້ປະສານງານ ອົງການສະຫະປະຊາຊາດ, ຜູ້ຕາງຫນ້າອົງການພັດທະນາ ແຫ່ງສະຫະປະຊາຊາດ ແລະ ທັງເປັນຜູ້ຮັກສາການ ອົງການອາຫານ ແລະ ການກະເສດ ປະຈໍາ ສປປ ລາວ.
ໃນກອງປະຊຸມ ທ່ານ ປອ ພວງປະຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ປະທານກອງປະຊຸມ ໄດ້ໃຫ້ຄໍາເຫັນກ່ຽວກັບການເສີມຂະຫຍາຍການປະກອບສ່ວນ ທີ່ໂດດເດັ່ນຈາກຂະແຫນງກະສິກໍາ ກາງສະໄຫມ ຂອງແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 8 ແລະ ຍັງໄດ້ເນັ້ນຫນັກ ກ່ຽວກັບກົດຫມາຍທີ່ຕິດພັນກັບວຽກງານກະສິກໍາ ແລະ ການພັດທະນາຊົນນະບົດ ເຊີ່ງຈະໄດ້ນໍາສະເໜີຕໍ່ສະພາແຫ່ງຊາດ ໃນໄວໄວນີ້
ພ້ອມກັນນີ້ ທ່ານນາງ ຄຣໍດິນ ເລີດູ ທູດຝຣັ່ງ ປະຈໍາ ສປປ ລາວ ໄດ້ເນັ້ນໜັກກ່ຽວກັບບົດບາດ ຄວາມສໍາຄັນຂອງພາກເອກະຊົນ ແລະ ລັດຖະບານໃນການຮ່ວມມື ຢ່າງໃກ້ຊິດ ກັບອໍານາດການປົກຄອງ, ພ້ອມກັນນັ້ນ ທາງຍັງໄດ້ຍົກຕົວຢ່າງຂອງກອງທຶນພັດທະນານໍ້າເທີນ 2 ແລະ ໄດ້ອໍານວຍຄວາມສະດວກ ລະຫວ່າງ ອໍານາດການປົກຄອງທ້ອງຖິ່ນ, ຊາວກະສິກອນ ແລະ ພາກເອກະຊົນ.
Editor: ກຳປານາດ ລັດຖະເຮົ້າ