ເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງສະຫວັນນະເຂດ ແລະ ເມືອງອ້ອມຂ້າງ ໄດ້ຮັບການຝຶກອົບຮົມ ການເສີມສ້າງຄວາມອາດສາມາດດ້ານການບັງຄັບໃຊ້ກົດໝາຍ. ຊຸດຝຶກອົບຮົມການເສີມສ້າງຄວາມອາດສາມາດດ້ານການບັງຄັບໃຊ້ກົດໝາຍກ່ຽວກັບການເກັບກຳຂໍ້ມູນ, ການຕິດຕາມເປົ້າໝາຍ, ວິທີການຈັບກຸມ, ການສືບສວນສອບສວນ ແລະ ການກວດຄົ້ນເຄຫາສະຖານ ໃຫ້ໜ່ວຍງານບັງຄັບໃຊ້ກົດໝາຍ ໄດ້ສຳເລັດ ແລະ ອັດລົງໃນວັນທີ 14 ມິຖຸນາ 2018 ຜ່ານມານີ້ ທີ່ກອງກວດກາປ່າໄມ້ແຂວງສະຫວັນນະເຂດ, ພາຍຫຼັງທີ່ດໍາເນີນເປັນເວລາ 3 ວັນ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາລຸຍ ຍາດຕິວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ມີຄູຝຶກມາຈາກກົມສືບສວນສອບສວນ ພະແນກສະກັດກັ້ນອາດຊະຍາກໍາ ແລະ ກໍ່ການຮ້າຍ ແລະ ຈາກກົມກວດກາທົ່ວໄປ ອົງການໄອຍະການປະຊາຊົນສູງສຸດ. ສ່ວນນັກຝຶກອົບຮົມແມ່ນມາຈາກກອງກວດກາປ່າໄມ້ແຂວງສະຫວັນນະເຂດ, ຈາກກອງກວດກາປ່າໄມ້ເມືອງ, ຈາກອົງການໄອຍະການປະຊາຊົນແຂວງ, ກອງກວດກາພາສີແຂວງ ຈາກພະແນກຕໍາຫຼວດສິ່ງແວດລ້ອມແຂວງ ແລະ ຈາກກອງບັນຊາການທະຫານແຂວງ.
ຫົວຂໍ້ທີ່ນໍາມາຝຶກອົບຮົມຄັ້ງນີ້, ແມ່ນຍຸດທະວິທີໃນການເກັບກໍາ ລວບລວມຂໍ້ມູນຫຼັກຖານ, ການວິເຄາະຂໍ້ມູນ, ການກັກຕົວຜູ້ຖືກຫາ, ວິທີການຈັບກຸມ, ການຄຸ້ມຄອງຂອງກາງຄະດີ, ຂັ້ນຕອນໃນການດໍາເນີນຄະດີກັບຜູ້ຖືກຫາ, ການສືບສວນສອບສວນ ແລະ ການກວດຄົ້ນເຄຫາສະຖານ ແລະວຽກອື່ນໆ. ໃນການໂອ້ລົມ ທ່ານ ຄຳລຸຍ ຍາດຕິວົງ ຫົວຫນ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ຍົກໃຫ້ເຫັນວ່າ ການອົບຮົມດັ່ງກ່າວ ມີຜົນດີຫຼາຍ ແລະ ເປັນບາດກ້າວໃໝ່ໃນການປົກປັກຮັກສາ ຊັບພະຍາກອນທຳມະຊາດ ແລະ ສັດນໍ້າ-ສັດປ່າ ໃຫ້ມີຄວາມຍືນຍົງ, ເປັນການເຮັດໃຫ້ການປະຕິບັດກົດໝາຍມີຄວາມເປັນເອກກະພາບກັນ ກັບພາກສ່ວນກ່ຽວຂ້ອງ, ເຊິ່ງໃນໄລຍະຜ່ານມາ ມີຫຼາຍບ່ອນທີ່ມີປະຊາຊົນໄດ້ຈັບຈ່ອງທີ່ດິນ, ມີໃບຕາດິນ ແລ້ວກໍ່ມີການຕັດໄມ້ຕາມໃຈ ເຊິ່ງເປັນຊ່ອງວ່າງອັນໜຶ່ງ ກ່ຽວກັບການຕັດໄມ້ທຳລາຍປ່າ, ຫຍຸ້ງຍາກໃນການດໍາເນີນຄະດີ ແລະຜົນສໍາເລັດຂອງການອົບຮົມມັນກໍ່ເປັນພຽງວິທີການ ແຕ່ການປະຕິບັດຕົວຈິງ ມັນອາດຈະມີຄວາມຫຍຸ້ງຍາກ ສັບສົນ, ສະນັ້ນເຈົ້າໜ້າທີ່ ຕ້ອງໄດ້ຄົ້ນຄວ້າ ສ້າງຄວາມເຂົ້າໃຈໃຫ້ເລິກເຊິ່ງ ຕໍ່ຄໍາສັ່ງ,ຕໍ່ນິຕິກຳ ແລະກົດໝາຍກ່ຽວຂ້ອງອື່ນໆ,ເພື່ອເຮັດໃຫ້ການປະຕິບັດຕົວຈິງຖືກຕ້ອງ, ເປັນທໍາແລະມີປະສິດທິຜົນ
ແຫລ່ງຂ່າວ ທີມຂ່າວຈາກແຂວງສະຫວັນນະເຂດ
Editor: ກຳປານາດ ລັດຖະເຮົ້າ