ພິທິມອບ-ຮັບຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຫຼວງພະບາງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂື້ນໃນໃນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ໂດຍການເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ ມີຕາງໜ້າພະແນກການຂອງແຂວງ, ເມືອງ ແລະ ອົງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳຫວັນ ວັນວິໄລ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຜູ້ເກົ່າ ໄດ້ຂຶ້ນຜ່ານບົດສະຫຼຸບການຊີ້ນໍາ-ນໍາພາວຽກງານໃນໄລຍະສອງປີຜ່ານມາ ເຊິ່ງຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງເພື່ອພ້ອມກັນແກ້ໄຂໃນຕໍ່ໜ້າ. ສິ່ງທີ່ພົ້ນເດັ່ນແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມ ດ້ານການເມືອງແນວຄິດ ໃຫ້ຖັນແຖວສະມາຊິກພັກ, ພະນັກງານ ໄດ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ເປັນເຈົ້າການປະຕິບັດທີວຽກງານສະເພາະຂອງຕົນໄດ້ສຳເລັດຕາມລະດັບຄາດທີ່ວາງໄວ້.
ຈາກນັ້ນ ທ່ານ ສົມທອງ ດາວຊ່ອງຟ້າ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ໍຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການອະນຸມັດໃຫ້ພະນັກງານລັດຖະກອນພັກຜ່ອນຮັບເບ້ຍບຳນານ ໂດຍແມ່ນ ທ່ານ ຄຳຫວັນ ວັນວິໄລ ອອກພັກຜ່ອນຮັບເບຍລຳນານ ຕາມອາຍຸກະສຽນ ແລະ ຜ່ານຂໍ້ຕົກຂອງທ່ານເຈົ້າແຂວງວ່າດ້ວຍການອະນຸມັດຮັກສາການພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໂດຍໄດ້ແຕ່ງຕັ້ງ ທ່ານ ສຸລິສັກ ພົມມາລີ ຫົວໜ້າຫ້ອງວ່າການປົກຄອງແຂວງ ມາຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງແຂວງຫຼວງພະບາງ ຄົນໃໝ່.
ໂອກາດນີ້ ທ່ານ ວົງສະຫັວນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມກໍຄືການຊີ້ນໍາ-ນໍາພາຂອງທ່ານ ຄໍາຫວັນ ວັນວິໄລ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຜູ້ເກົ່າ ໃນໄລຍະຜ່ານມາ ທີ່ໄດ້ທຸ້ມເທເຫື່ອແຮງປະກອບສ່ວນ ໃນການນໍາພາ ພັກ, ພະນັກງານພາຍໃນພະແນກແຮງງານ ແລະ ສະຫວັດດີການສັງຄົມ ໃນໄລຍະຜ່ານມາ ຈົນໄດ້ຮັບຜົນຫຼາຍດ້ານ ພ້ອມກັນນີ້ກໍໄດ້ປະກອບສ່ວນເຂົ້າໃນວຽກງານພັດທະນາເສດຖະກິດຂອງແຂວງຕື່ມອີກ.ພ້ອມນີ້ທ່ານກໍໄດ້ເນັ້ນໃຫ້ຜູ້ທີ່ມາຮັບໜ້າທີ່ໃໝ່ ກໍຄືທ່ານ ສຸລິສັກ ພົມມາລີ ຈົ່ງສືບຕໍ່ປະຕິບັດຕາມໜ້າທີ່-ທີພັກ ແລະ ລັດມອບໝາຍໃຫ້ປະສົບຜົນສໍາເລັດດີຂື້ນກວ່າເກົ່າ.
Editor: ກຳປານາດ ລັດຖະເຮົ້າ