ທິດຜ່ານມາ ຢູ່ທີສະໂມສອນບ້ານເຕົ້າ ໄດ້ຈັດກອງປະຊຸມ ຄະນະພັກກຸ່ມບ້ານວຽງພັນ ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ຮີນທອງ ດວງຈັນສຸກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຊຳໃຕ້, ແຂວງຫົວພັນ. ມີແຂກຖືກເຊີນຈາກ ສສ ຫວຽດນາມ ມີຄະນະພັກ, ສະມາຊິກພັກກຸ່ມບ້ານ, ນາຍບ້ານ ແລະ ຕາງໜ້າອົງການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຟັງບົດລາຍງາຍການເມືອງຂອງຄະນະພັກຮາກຖານກຸ່ມບ້ານວຽງພັນ ທີ່ໄດ້ຈັດຕັ້ງປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 3 ຂອງຄະນະພັກຮາກຖານກຸ່ມບ້ານ. ບົດລາຍງານ ໃຫ້ຮູ້ວ່າ ທົ່ວກຸ່ມບ້ານວຽງພັນ ມີເນື້ອທີ່ທັງໝົດ 25.768 ເຮັກຕາ, ເນື້ອທີ່ດິນກະສິກໍາ 1.100 ເຮັກຕາ, ດິນປຸກສ້າງ 12 ເຮັກຕາ, ເນື້ອທີ່ປ່າຫວງຫ້າມ 3.744 ເຮັກຕາ, ປ່າສັກສິດ 6 ເຮັກຕາ, ປ່າຜະລິດ ແລະ ປ່າຊົມໃຊ້ 17.424 ເຮັກຕາ, ປ່າປະສົມໃບເຂັ້ມ 3.482 ເຮັກຕາ, ປະກອບມີ 9 ບ້ານ, ມີພົນລະເມືອງທັງໝົດ 5.016 ຄົນ, ຍິງ2462 ຄົນ, ລາວລຸ່ມ 300 ຄອບຄົວ 1.630 ຄົນ, ຍິງ 778 ຄົນ, ເຜົ່າມົງ 438 ຄອບຄົວ, 3.380 ຄົນ, ຍິງ1.684 ຄົນ, ລວມຍອດ GDP ສະເລ່ຍໄດ້ 4,137,000 ກີບ/ຄົນ/ປີ ມີຄອບຄົວທຸກຍາກທັງໝົດ 29 ຄອບຄົວ ກວມເອົາ 3,70 % ຂອງຄອບຄົວທັງໝົດ, ໄດ້ຈັດຕັ້ງເຊື່ອມຊຶມນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ໄດ້ເອົາໃຈໃສ່ກວດກາລາດຕະເວນໃນຂອບເຂດຂອງຕົນຮັບຜິດຊອບ ເກັບອາວຸດລ້າເນື້ອໄດ້ 98 ກະບອກ, ສຶກສາອົບຮົມປະຊາຊົນໃຫ້ຢຸດຕິການປູກຝິ່ນ 100 ສ່ວນຮ້ອຍ, ໃນທົ່ວເຂດມີບ້ານປອດຄະດີ 2 ບ້ານ, ບ້ານປ້ອງກັນຄວາມສະງົບ 3 ບ້ານ.
ໃນກອງປະຊຸມບັນດາທ່ານແຂກທີ່ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ໃສ່ບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າຢ່າງກົງໄປກົງມາ. ກອງປະຊຸມຄັ້ງນີ້ໄດ້ມີການປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ເຊິ່ງມີຜູ້ສະໝັກ 9 ສະຫາຍ, ຄັດເລືອກເອົາ 7 ສະຫາຍ, ເລືອກເອົາ
1. ສະຫາຍ ແສງແກ້ວ ຫອມສຸວັນທາ ກຳມະການພັກເມືອງ, ເປັັນເຂລາພັກກຸ່ມບ້ານ
2. ສະຫາຍ ແກ້ວມະນີ ວີຈັນຄຳ ເປັນຮອງເລຂາ
3. ສະຫາຍ ເສັງວືຖໍ ເປັນຄະນະ
Editor: ກຳປານາດ ລັດຖະເຮົ້າ