ເພື່ອເປັນການສືບຕໍ່ສ້າງສາຍພົວພັນ ລາວ-ໄທ ໃນໄລຍະໃໝ່ ໂດຍມີການພັດທະນາຢ່າງວ່ອງໄວ ແລະ ນັບມື້ນັບດີຂຶ້ນເລື້ອຍໆ, ເສີມສ້າງຄວາມຜາສຸກຮົ່ມເຢັນ ໃຫ້ແກ່ປະຊາຊົນທັງສອງຝ່າຍ ເຮັດໃຫ້ຊາຍແດນ ລະຫວ່າງ ປະເທດ ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ເພື່ອເອື້ອອໍານວຍໃຫ້ແກ່ວຽກງານເສດຖະກິດ, ວັດທະນະທໍາ – ສັງຄົມ ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ ແລະ ເພື່ອເປັນການສ້າງໃຫ້ຊາຍແດນຂອງສອງປະເທດ, ລາວ – ໄທ, ໄທ-ລາວ ເວົ້າລວມ, ເວົ້າສະເພາະ ກໍຄືສອງແຂວງ ໄຊຍະບູລີ ແລະ ແຂວງນ່ານ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ມີຄວາມສາມັກຄີ, ຮ່ວມມືຮອບດ້ານ ແລະ ຮັກສາໄດ້ຜົນປະໂຫຍດຂອງປະຊາຊົນທັງສອງຝ່າຍນັ້ນ ແຂວງໄຊຍະບູລີ ສປປ ລາວ ແລະ ແຂວງນ່ານ ຣາຊະອານາຈັກໄທ, ຈຶ່ງໄດ້ຈັດກອງປະຊຸມຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ຄັ້ງທີ 11 ຂຶ້ນໃນໄລຍະທ້າຍເດືອນມິຖຸນາ 2019 ນີ້, ທີ່ຫ້ອງປະຊຸມ ບໍລິສັດໄຟຟ້າ ຫົງສາ ເມືອງ ຫົງສາ, ແຂວງ ໄຊຍະບູລີ, ໂດຍການເປັນປະທານຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ປະທານປ້ອງກັນຊາດ – ປ້ອງກັນຄວາມສະຫງົບຂັ້ນແຂວງ ແລະ ທ່ານ ວໍລະກິດຕິ ສຣີທິພາກອນ ຜູ້ວ່າຣາຊະການ ແຂວງນ່ານ ພ້ອມດ້ວຍຄະນະກຳມະການຈາກພາກສ່ວນກ່ຽວຂ້ອງທັງສອງແຂວງເຂົ້າຮ່ວມ.
ໃນກອງປະຊຸມ ແມ່ນໄດ້ທົບທວນຄືນຜົນຂອງການຮ່ວມມື ໃນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກກອງປະຊຸມຄະນະກໍາມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງໄຊຍະບູລີ ແລະ ແຂວງນ່ານ ຄັ້ງທີ 10 ຜ່ານມາ, ເຊິ່ງມີຜົນສໍາເລັດໃນການຮ່ວມມືຫຼາຍດ້ານເປັນຕົ້ນແມ່ນ: ຮັກສາໄດ້ຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ແຂວງ, ປະຊາຊົນທັງສອງແຂວງແມ່ນມີການໄປມາຫາສູ່ກັນເປັນປົກກະຕິ, ມີການແລກປ່ຽນ, ຊື້-ຂາຍສິນຄ້າ ເຊິ່ງກັນ ແລະ ກັນ. ນອກນີ້, ຍັງໄດ້ແລກປ່ຽນສິລະປະວັດທະນະທໍາ, ກິລາມິດຕະພາບ ແລະ ແລກປ່ຽນຂໍ້ມູນຂ່າວສານ ເພື່ອສະກັດກັ້ນກຸ່ມຄົນບໍ່ດີ ທີ່ສວຍໂອກາດນໍາໃຊ້ຊາຍແດນເຄື່ອນໄຫວໃນທາງທີ່ກົດໝາຍເກືອດຫ້າມ, ສໍາລັບເນື້ອໃນການຮ່ວມມືກັນຄັ້ງນີ້ ຕົ້ນຕໍແມ່ນ: ຮ່ວມມືກັນສະກັດກັ້ນການຄ້າຂາຍແຮງງານຜິດກົດໝາຍ ແລະ ແລກປ່ຽນຂໍ້ມູນຂ່າວສານນຳກັນ, ຮ່ວມມືກັນສະກັດກັ້ນການຄ້າຂາຍຢາເສບຕິດ ແລະ ປາບປາມຢາເສບຕິດ, ຮ່ວມມືໃນການຮັກສາເສັ້ນຊາຍແດນ ລາວ-ໄທ, ຮ່ວມມືໃນກໍລະນີບຸກຄົນຂອງແຕ່ລະຝ່າຍຖືກຈັບກຸມຄຸມຂັງ, ແລະ ພ້ອມກັນ ຊຸກຍູ້ສົ່ງເສີມໃຫ້ມີການຄ້າຂາຍ, ການລົງທຶນເພີ້ມຂຶ້ນ, ສົ່ງເສີມໃຫ້ປະຊາຊົນຕາມຊາຍແດນ ໄດ້ມີການຊື້-ຂາຍ, ການໄປມາຫາສູ່ກັນ, ການທ່ອງທ່ຽວ, ຢ້ຽມຢາມພີ່ນ້ອງ ແລະ ການປິ່ນປົວສຸຂະພາບໃຫ້ເປັນປົກກະຕິ ແລະ ຖືກຕ້ອງ; ຊຶ່ງເວົ້າລວມແມ່ນເຮັດໃຫ້ການເຂົ້າ-ອອກຊາຍແດນມີຄວາມຖືກຕ້ອງຕາມລະບຽບກົດໝາຍທີ່ລັດຖະບານ 2 ປະເທດ ວາງໄວ້ ແລະ ມີບັນຍາກາດທີ່ດີ.
Video form Youtube