ໃນກອງປະຊຸມ ຄັ້ງທີ 43 ຂອງຄະນະກຳມະການມໍລະດົກໂລກ ໄດ້ປະກາດຮັບຮອງເອົາທົ່ງໄຫຫີນ ແຂວງຊຽງຂວາງ ເປັນມໍລະດົກໂລກ ໃນວັນທີ 6 ກໍລະກົດ 2019 ດ້ວຍມະຕີຮັບຮອງ ຢ່າງເປັນເອກະສັນ ຂອງຄະນະກຳມະການມໍລະດົກໂລກ ທັງ 21 ປະເທດ, ທົ່ງໄຫຫີນ ແຂວງຊຽງຂວາງ ໄດ້ຮັບການພິຈາລະນາ ຮັບຮອງເຂົ້າມໍລະດົກໂລກ ພາຍໃຕ້ມາດຕະຖານ 3 ແຫລ່ງມໍລະດົກໂລກດ້ານບູຮານວິທະຍາສະໄຫມບູຮານ ທີ່ມີອາຍຸ ກວ່າ 2 ພັນປີ.
ລັດຖະບານ ສປປ ລາວ ແລະ ອົງການອຸ່ຍເນັສໂກ ໄດ້ໃຫ້ຄວາມສຳຄັນຕໍ່ແຫລ່ງມໍລະດົກໂລກໄຫຫີນ ແຂວງຊຽງຂວາງ ມາເປັນເວລາດົນນານແລ້ວ ໂດຍໄດ້ມີການຮ່ວມມືກັນ ດຳເນີນສຶກສາຄົ້ນຄວ້າ ວາງແຜນໃນການປົກປັກຮັກສາ ມໍລະດົກວັດທະນະທຳອັນລ່ຳຄ່າ ໃຫ້ມີຄວາມຍືນຍົງ ແລະ ເກີດຜົນປະໂຫຍດສູງ, ເຊີ່ງມີທັງໝົດ ທີ່ສະເນີເປັນມໍລະດົກໂລກ 11 ແຫ່ງ ຄື:
- ແຫລ່ງໄຫຫີນ 1 ບ້ານນາໂອ
- ແຫລ່ງໄຫຫີນ 2 ບ້ານນາໂຄ້
- ແຫລ່ງໄຫຫີນ 3 ບ້ານຊຽງດີ
- ແຫລ່ງໄຫຫີນ 8 ຫ້ວຍຫວງ
- ແຫລ່ງໄຫຫີນ 12 ບ້ານຜາແກ້ວ
- ແຫລ່ງໄຫຫີນ 21 ພູເກັງ
- ແຫລ່ງໄຫຫີນ 23 ບ້ານນໍ້າຮົມ
- ແຫລ່ງໄຫຫີນ 25 ບ້ານສອງຮັກ
- ແຫລ່ງໄຫຫີນ 28 ບ້ານນາຄວນ
- ແຫລ່ງໄຫຫີນ 42 ພູຊ້າງ, ບ້ານຊາງ
- ແຫລ່ງໄຫຫີນ 52 ບ້ານຜາແກ້ວ
ພິທີຖະແຫລງຂ່າວ ການປະກາດຮັບຮອງເອົາແຫລ່ງໄຫຫີນ ແຂວງຊຽງຂວາງ, ທົ່ງໄຫຫີນ ເຂົ້າເປັນມໍລະດົກໂລກ ຈັດຂື້ນໃນວັນທີ 25 ກໍລະກົດ 2019 ທີ່ຫໍວັດທະນະທຳແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ສາດສະດາຈານ ດຣ, ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງ ແຂວງຊຽງຂວາງ, ມີທ່ານ ຮອງລັດຖະມົນຕີ ກະຊວງ ຖວທ, ມີຫົວຫນ້າ-ຮອງຫົວຫນ້າກົມ,ຫົວຫນ້າຫ້ອງການອ້ອມຂ້າງກະຊວງ,ມີຜູ້ຕາງຫນ້າອົງການອຸຍເນັສໂກ ແລະສື່ມວນຊົນເຂົ້າຮ່ວມ.
ສຳລັບງານສະເຫລີມສະຫລອງຢ່າງເປັນທາງການ ແມ່ນຈະໄດ້ຈັດຂື້ນພ້ອມກັນກັບງານມະຫະພກຳກິລາແຫ່ງຊາດ ທີ່ແຂວງຊຽງຂວາງ ໃນປີ 2020