ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ອາດີດເຈົ້າແຂວງ ອັດຕະປື ພ້ອມຄະນະ ໄດ້ເດີນທາງລົງຢ້ຽມຢາມຖາມຂ່າວ ແລະ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ຜູ້ປະສົບໄພນ້ຳຖ້ວມທີ່ ຢ່າງເປັນທາງການ, ຢູ່ແຂວງອັດຕະປື ໃນວັນທີ 7 ກັນຍາ ນີ້, ທ່ານ ໄດ້ຮັບຟັງການລາຍງານໂດຍຫຍໍ້ ຈາກ ທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າແຂວງ ປະທານຄະນະປ້ອງ ແລະ ຄອບຄຸມໄພພິບັດ ຂັ້ນແຂວງໃຫ້ຮູ້ວ່າ: ສະພາບໄພພິບັດເກີດຂຶ້ນ ມາຮອດວັນທີ 7 ກັນຍາ 2019 ແຂວງອັດຕະປື ໄດ້ຖືກນ້ຳຖ້ວມຢູ່ 5 ເມືອງ, ມີ 91 ບ້ານ, ມີ 6.341 ຄອບຄົວ, ໃນນີ້ ເມືອງໄຊເສດຖາ 6 ບ້ານ, ມີ 1.929 ຄອບຄົວ; ເມືອງສາມັກຄີໄຊ, ມີ 25 ບ້ານ, ມີ 2.592 ຄອບຄົວ; ເມືອງ ພູວົງ ມີ 11 ບ້ານ, ມີ 1.334 ຄອບຄົວ; ເມືອງ ສະໜາມໄຊ ມີ 40 ບ້ານ ແລະ ເມືອງຊານໄຊ, ມີ 4 ບ້ານ, ໃນບັນດາເມືອງ ທີ່ຖືກຜົນກະທົບດັ່ງວ່ານີ້ ໄດ້ມີຜູ້ຖືກເສຍຊີວິດແລ້ວ 4 ຄົນ, ໃນ 2 ເມືອງ ຄື: ເມືອງສາມັກຄີໄຊ ເດັກຈົມນ້ຳເສຍຊີວິດ 1 ຄົນ, ຢູ່ບ້ານ ຫລັກ 3 ແລະ ເມືອງຊານໄຊ ຖືກນ້ຳປ່າໄຫລພັດເອົາ, ເສຍຊີວິດ 3 ຄົນ ຢູ່ ບ້ານດາກຂະໜາດ.
ມາຮອດປັດຈຸບັນ, ການຊ່ວຍເຫລືອສຸກເສີນເບື້ອງຕົ້ນ ມີ 36 ບ້ານ, ມີ 4.521 ຄອບຄົວ ພ້ອມນີ້ຍັງອີກຫລາຍບ້ານທີ່ຍັງບໍ່ທັນໄດ້ໄປຊ່ວຍເຫລືອ ເຊິ່ງຄາດວ່າ ຈະໄດ້ນຳເອົາເຄື່ອງບັນເທົາທຸກໄປຊ່ວຍເຫລືອຕາມແຜນທີ່ ແຕ່ລະເມືອງ ສະມາໃຫ້ທ່ຽມທັນໃນໄວໆນີ້
ໃນໂອກາດການຢຽມຂອງທ່ານກົມການເມືອງສູນກາງພັກ ເທື່ອນີ້ ໄດ້ສະແດງຄວາມເຫັນໃຈຕໍ່ການແກ້ໄພພິບັດທັງເກົ່າ ແລະ ໃໝ່ ເຊິ່ງ ໃນໄລຍະວິກິດທາງດ້ານເສດຖະກິດນີ້ ສຳຄັນແມ່ນໃຫ້ສືບຕໍ່ເອົາໃຈໃສຕື່ມນັ້ນກໍ່ຄືຜູ້ປະສົບປີການນັ້ນຈົນກວ່າເຂົາເຈົ້າຕັ້ງຫລັກໄດ້ ເພື່ອເປັນແບ່ງເບົາບັນທຸກໃຫ້ຜູ້ປະສົບໄພໃນປີນີ້ ທ່ານກໍ່ໄດ້ນຳເອົາເຄື່ອງຊ່ວຍມາມອບ ທີເມືອງ ໄຊເສດຖາ ເຊິ່ງປະກອບມີ: ນ້ຳດື່ມ 260 ແກັດ, ເຂົ້າ+ປາປ໋ອງ 260 ຖົງ, ຈາກນັ້ນ ກໍ່ໄດ້ເດີນທາງຢ້ຽມຢາມໂອລົມປະຊາຊົນ ບ້ານ ກະຍື ເມືອງ ສາມັກຄີໄຊ ພ້ອມທັງ ມອບເງິນໄດ້ທີ່ລະດົມໄດ້ຈາກສູນກາງ ໃຫ້ ແຂວງ ແລະ 5 ເມືອງ ຈຳນວນໜຶ່ງ ແລະ ເງິນຊ່ວຍເຫືລອຈາກສູນກາງທີ່ໂອນເຂົ້າບັນຊີຂອງແຂວງນຳອີກ 100 ກວ່າລ້ານກີບ