ສູນບໍລິການທຸລະກິດ ຂະຫນາດນ້ອຍ ແລະ ກາງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ກັບສະມາຄົມຄົ້ນຄວ່າດ້ານການຄ້າ ແລະ ສູນສົ່ງເສີມຕະຫລາດ ມະຫາວິທະຍາໄລ ຫັນນຳ ແຫ່ງ ສາທາລະນະລັດ ເກົາຫລີ, ເພື່ອແລກປ່ຽນດ້ານຂໍ້ມູນ-ຂ່າວສານ ທາງດ້ານການຕະຫລາດ, ການຄ້າ ແລະ ການລົງທຶນ ຂອງ ສອງປະເທດ, ພິທີລົງນາມໄດ້ຈັດຂື້ນ ໃນເມື່ອບໍ່ດົນມານີ້ ທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ ໃນນັ້ນ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ລົງນາມ 2 ສະບັບ ແລະ ຍັງມີໂທລະພາບລາວສະຕາຣ ອີກ 3 ສະບັບ.
ຈຸດປະສົງ ໃນການລົງນາມຄັ້ງນີ້, ເພື່ອແລກປ່ຽນຂໍ້ມູນ-ຂ່າວສານ, ດ້ານການຕະຫລາດ, ການຄ້າ, ການລົງທຶນ. ການສະຫນັບສະຫນູນ ແລະ ແລກປ່ຽນທຸລະກິດ ລະຫວ່າງ ສອງປະເທດ ລາວ-ເກົາຫລີ ຮ່ວມກັນເຮັດບົດຄົ້ນຄວ້າທາງດ້ານການຄ້າ ແລະ ການແລກປ່ຽນວິຊາການ ເຊີງກັນ ແລະ ກັນ, ທ່ານ ຜູ້ອຳນວຍການສູນສົ່ງເສີມກາານຕະຫລາດ ມະຫາວິທະຍາໄລ ຫັນນຳ ຈາກ ສາທາລະນະລັດ ເກົາຫລີ ໃຫ້ສຳພາດວ່າ: ການຈະມີການລົງນາມກັນ ໃນສອງຝ່າຍ ສູນສົງເສີມການຕະຫລາດ ມະຫາວິທະຍາໄລ ຫັນນຳ ໄດ້ນຳເອົາຊ່ຽວຊານ ດ້ານໄອຊີທີ 40 ກວ່າທ່ານ, ມາພົບປະແລກປ່ຽນທຸລະກິດ ແລະ ລັດຖະບານ ສປປ ລາວ ໄດ້ນຳເອົາສິນຄ້າ ໄອຊີທີ ໄຮ້ສາຍ 5 ກຸ່ມ ມານຳສະເຫນີໃຫ້ນັກທຸລະກິດ ເພື່ອສ້າງເຄືອຂ່າຍ ແລະ ຄ້າຂາຍຮ່ວມກັນ ໃນອະນາຄົດ.
ສຳລັບການລົງນາມສັນຍາ ສອງຝ່າຍ ລາວ-ເກົາຫລີ ຖືເປັນບາດກ້າວສຳຄັນໃນການແລກປ່ຽນຂໍ້ມູນ-ຂ່າວສານ ແລະ ວິຊາການ, ການເປີດສູນຮ່ວມກັນດ້ານໄອຊີທີ ພ້ອມຈັດອົບຮົມດ້ານໄອຊີທີ ເພື່ອຍົກລະດັບການພົວພັນ ໃຫ້ສູງຂື້ນ ແລະ ເກີດຜົນຫລາຍຂື້ນ.
Editor: ກຳປານາດ ລັດຖະເຮົ້າ