ໂຄງການສ້ອມແປງເສັ້ນທາງຫຼວງແຫ່ງຊາດ ຢູ່ແຂວງສາລະວັນ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດໃນທ້າຍເດືອນສິງຫານີ້. ພາຍຫຼັງທີ່ໄດ້ຮັບການອະນຸມັດສ້ອມແປງ ແລະ ນຳໃຊ້ງົບປະມານຈາກກອງທຶນສ້ອມແປງເສັ້ນທາງຫຼວງແຫ່ງຊາດ ສະເພາະ ແມ່ນປີ 2017. ເຊີ່ງແມ່ນກະຊວງ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າຂອງໂຄງການ, ໂດຍສະເພາະແມ່ນສ້ອມແປງເສັ້ນທາງເລກທີ 20 ທີ່ມີຄວາມຍາວ 848 ແມັດ, ກວ້າງ 8.5 ແມັດ ແຕ່ເຮືອນຮັບແຂກແຂວງສາລະວັນ ຫາ ຫ້ອງການ ປກສ ແຂວງ ມີມູນຄ່າທັງໝົດ 1 ກີບ. ທ່ານ ບຸນມາ ພະສະຫວັດ ຜູ້ຮັບຜິດຊອບໂຄງການດັ່ງກ່າວ ໄດ້ເປີດເຜີຍຕໍ່ນັກຂ່າວໃຫ້ຮູ້ວ່າ: ເສັ້ນທາງເລກທີ 20 ເປັນເສັ້ນທາງທີ່ມີຄວາມສຳຄັນ ເປັນຈຸດເຕົ້າໂຮມຊຸມຊົນ ແລະ ເປັນເຂດເທດສະບານແຂວງເປັນຕົ້ນມີ: ວັດວາອາຮາມ, ສຳນັກງານອົງການ ແລະ ເຂດຊຸມຊົນໜາແໜ້ນ. ສຳລັບໜ້າວຽກຕ່າງໆທີ່ຈະຕ້ອງໄດ້ປະຕິບັດໃນການສ້ອມແປງຄື: ຂຸດຮື້ໜ້າທາງເກົ່າ, ກວາດປັບຮູບທາງ, ຖົມດິນຊັ້ນຮອງພື້ນ, ລົງຫີນຊັ້ນພື້ນ ແລະ ປູຢາງ 2 ຊັ້ນ, ນອກນັ້ນ ຈະໄດ້ສ້າງຮ່ອງລະບາຍນ້ຳຂ້າງທາງ ແລະ ໄດ້ນຳໃຊ້ມາດຖານເຕັກນິກຂອງກະຊວງໂຍທາທິການ ແລະ ຂົນສົ່ງ, ເຊີ່ງແມ່ນບໍລິສັດ ສົມໄຊກໍ່ສ້າງ ແລະ ສ້ອມແປງຂົວທາງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ ແລະ ໄດ້ສຳເລັດການຂຸດຮື້ໜ້າກາງເກົ່າ ແລະ ຖົມດິນຮອງພື້ນ ຈຳນວນໜຶ່ງ, ຈະໃຫ້ສຳເລັດໃນທ້າຍເດືອນກັນຍານີ້.
Editor: ຕະວັນ ແສງສະຫວັນ