ນັບແຕ່ເມືອງຫຼວງພະບາງ ຖືກຮັບຮອງເປັນເມືອງມໍ ລະດົກໂລກ ຈາກອົງການອຸຍ ແນັສໂກ ປີ 1995, ອຳນາດການປົກຄອງແຂວງຫລວງພະບາງ ກໍໄດ້ມີ ນິຕິກຳ, ກົດລະບຽບໃນການຄຸ້ມ ຄອງປົກປັກຮັກສາມໍລະດົກໂລກ ໃຫ້ມີຄວາມຍືນຍົງ, ເປັນຕົ້ນແມ່ນໄດ້ປົກປັກຮັກສາທາງ ດ້ານວັດທະນະທຳ, ທຳມະຊາດ ແລະ ສິ່ງແວດລ້ອມ. ໃນນັ້ນ ໄດ້ມີການກຳນົດເຂດມໍລະດົກ ແລະ ແຫຼ່ງທ່ອງທ່ຽວ, ຂຶ້ນບັນຊີເຮືອນມໍລະດົກໂລກ, ສິ່ງສາທາລະນະ, ວັດວາອາຮາມ ແລະ ວັດຖຸສິ່ງຂອງຕ່າງໆ, ກຳ ນົດການປຸກສ້າງໃນເຂດມໍລະດົກ ຄວາມສູງບໍ່ໃຫ້ເກີນ 9 ແມັດ, ເຂດຊານເມືອງຄວາມ ສູງບໍ່ເກີນ 12 ແມັດ, ສູງສຸດບໍ່ ໃຫ້ເກີນ 21 ແມັດ.
ນອກນີ້ ກໍ ຍັງໄດ້ມີລະບຽບປົກປັກຮັກສາຄັນຄູ ແລະ ຕ້ານເຈື່ອນຕາມອ້ອມ ຮອບແຄມນ້ຳໃນຕົວເມືອງ, ປົກປັກຮັກສາປ່າໄມ້ ແລະ ທົ່ງນາຢູ່ເຂດຂຽວ ບໍ່ໃຫ້ມີການບຸກ ລຸກທຳລາຍ ແລະ ໃນໄລຍະຜ່ານມາ ແຂວງຫຼວງພະບາງ ໄດ້ຈັດງານສະເຫຼີມສະຫຼອງ ຫຼວງພະບາງເມືອງມໍລະດົກ ໂລກ ຄົບຮອບ 20 ປີ, ຊຶ່ງເຮັດ ໃຫ້ເມືອງຫຼວງພະບາງ ເປັນທີ່ ໜ້າສົນໃຈຈາກແຂກຕ່າງດ້າວ, ທ້າວຕ່າງແດນເຂົ້າມາທ່ຽວຊົມ ເປັນຈຳນວນຫຼາຍຂຶ້ນ. ພ້ອມດຽວກັນນັ້ນ, ກໍໄດ້ມີນັກລົງທຶນ ຈາກພາຍໃນ ແລະ ຕ່າງປະ ເທດເຂົ້າມາລົງທຶນ ເປັນຕົ້ນ ແມ່ນໂຄງການກໍ່ສ້າງໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຣີສອດ ແລະ ອື່ນໆ ຂຶ້ນຫຼາຍແຫ່ງ ເພື່ອຮອງຮັບນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວຊົມຫຼວງພະ ບາງ ນັ້ນຈຶ່ງເປັນຈຸດເດັ່ນທີ່ສຳຄັນ ເຮັດໃຫ້ແຂວງຫຼວງພະບາງ ມີທ່າກ້າວ ແລະ ໃບໜ້າໃໝ່ .
ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໄດ້ໃຫ້ ສຳພາດ ບໍ່ດົນຜ່ານມານີ້ວ່າ: ຜ່ານການຈັດ ຕັ້ງປະຕິບັດວຽກງານໃນໄລຍະ ຜ່ານມາ ເຮັດໃຫ້ແຂວງຫຼວງ ພະບາງ ໄດ້ຮັບການພັດທະນາ ຢ່າງຈະແຈ້ງ, ບໍ່ວ່າຈະແມ່ນ ດ້ານວັດທະນະທຳ, ຮີດຄອງປະເພນີ, ວັດວາອາຮາມ ກໍໄດ້ ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍ, ປະຊາຊົນບັນດາເຜົ່າ ນັບມື້ນັບເຂົ້າໃຈກ່ຽວ ກັບການປົກປັກຮັກສາມໍລະ ດົກໂລກດ້ວຍຕົນເອງ ເປັນຕົ້ນ ແມ່ນການປຸກສ້າງ, ການຕໍ່ເຕີມ, ການບູລະນະ ຕ້ອງໄດ້ຜ່ານອົງ ການຈັດຕັ້ງກ່ຽວຂ້ອງ ເພື່ອກວດ ກາ ຜ່ານການປົກປັກຮັກສາ ໄລຍະນີ້ ບັນຍາກາດການລົງ ທຶນຂອງພາຍໃນ ແລະ ຕ່າງປະເທດເຂົ້າມາໃນການພັດ ທະນາການທ່ອງທ່ຽວນັບມື້ນັບ ຫຼາຍຂຶ້ນ ມາຮອດປັດຈຸບັນນີ້ ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະ ທຳ ມີທັງໝົດ 228 ແຫ່ງ, ບໍລິສັດທ່ອງທ່ຽວມີ 89 ບໍລິສັດ, ຣີສອດ-ໂຮງແຮມ ທີ່ໄດ້ມາດ ຖານ 74 ແຫ່ງ, ເຮືອນພັກ 341 ແຫ່ງ, ມີສະຖາບັນການສຶກສາ, ສະໜາມບິນສາກົນ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ສາຍການບິນກໍ ມີລັກສະນະເພີ່ມຂຶ້ນທັງສາຍ ການບິນພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ນັກທ່ອງທ່ຽວ ເພີ່ມຂຶ້ນໃນແຕ່ລະປີ.
ໃນປີ 2017 ມີນັກທ່ອງທ່ຽວເຂົ້າມາ ທ່ຽວແຂວງຫຼວງພະບາງທັງ ໝົດ 6 ແສນກວ່າຄົນ, ຕ່າງປະ ເທດ 4 ແສນກວ່າຄົນ, ສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນ 7 ເທົ່າຕໍ່ຫົວຄົນ, ປີ 2000 ລາຍຮັບຕໍ່ຫົວຄົນໄດ້ 219 ໂດລາຕໍ່ປີ, ມາປີ 2017 ລາຍຮັບ ຕໍ່ຫົວຄົນໄດ້ 1.871 ໂດລາຕໍ່ປີ, ຫຼວງພະບາງ ໄດ້ຮັບເປັນ ເມືອງຍອດນິຍົມແຫ່ງການ ທ່ອງທ່ຽວເປັນເວລາ 8 ປີ ຕະຫຼອດໄລຍະການຈັດຕັ້ງປະຕິ ບັດແນວທາງປ່ຽນແປງໃໝ່ຂອງພັກ, ຊີວິດການເປັນຢູ່ຂອງ ປະຊາຊົນຢູ່ໃນຕົວເມືອງ ແລະ ຊົນນະບົດ ທຽບໃສ່ເມື່ອກ່ອນ ແມ່ນດີກວ່າເກົ່າ ຊຶ່ງສະແດງ ເຖິງລາຍຮັບສະເລ່ຍໃສ່ຫົວ ຄົນ, ເຮືອນຊານບ້ານຊ່ອງ, ໂຮງຮຽນ, ໂຮງໝໍ, ສຸກສາລາ, ພາຫະນະເຫັນວ່າເພີ່ມຂຶ້ນຫຼາຍ ບ້ານ ແລະ ຄອບຄົວທຸກຍາກ ກໍຫຼຸຸດລົງ, ບ້ານ ແລະ ຄອບຄົວ ພັດທະນາກໍເພີ່ມຂຶ້ນ.
ປັດຈຸບັນ ຄອບຄົວທຸກຍາກເຫຼືອພຽງ 4.197 ຄອບຄົວເທົ່າກັບ 53,39% ຕາມມະຕິກອງປະ ຊຸມໃຫຍ່ ຄັ້ງທີ 7 ຂອງແຂວງ, ແຕ່ນີ້ຮອດປີ 2020 ໃຫ້ຍັງເຫຼືອ 2%, ເມືອງທຸກຍາກມີ 4 ເມືອງ, ຄອບຄົວພັດທະນາກວມ 63,8% ທຽບໃສ່ປີ 2000 ເພີ່ມຂຶ້ນ, ການຊົມໃຊ້ໄຟຟ້າກວມ 87,6% ມີເສັ້ນທາງເຂົ້າເຖິງ ບ້ານ 90% ສະພາບການລົງ ທຶນຂອງແຂວງແມ່ນໄດ້ເນັ້ນ ໂຄສະນາ ແລະ ດຶງດູດຈາກ ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດເຊັ່ນ: ການທ່ອງທ່ຽວ, ການກໍ່ສ້າງເຮືອນ ພັກ-ໂຮງແຮມ, ຣີສອດ, ແຫຼ່ງທ່ອງທ່ຽວຕ່າງໆ ແລະ ເຂື່ອນໄຟຟ້າ ທິດທາງລວມການພັດທະນາແຂວງໃນອະນາຄົດ ມະຕິກອງປະຊຸມໃຫຍ່ ຄັ້ງທີ 7 ໄດ້ ມີການກຳນົດໂດຍ 7 ຍຸດທະສາດຄື:
1. ສຸມໃສ່ອຸດສາຫະ ກໍາການທ່ອງທ່ຽວໃຫ້ເປັນໃຈ ກາງຢູ່ໃນບັນດາແຂວງພາກ ເໜືອເຊື່ອມຕໍ່ບັນດາປະເທດ ອະນຸພາກພື້ນ, ປົກປັກຮັກສາ ຄຸນຄ່າມໍລະດົກໃຫ້ຍືນຍົງ
2. ພັດທະນາຫຼວງພະບາງໃຫ້ ກາຍເປັນສີຂຽວ ສົ່ງເສີມພູມ ປັນຍາໃນການຜະລິດກະສິກໍາ ແບບຍືນຍົງ ເພື່ອຮັບປະກັນ ສະບຽງອາຫານໃຫ້ມີຄວາມ ໝັ້ນຄົງປອດສານພິດຕິດພັນ ກັບການປຸງແຕ່ງສົ່ງເສີມກາຍ ເປັນສິນຄ້າສົ່ງອອກ,
3. ພັດທະນາຫຼວງພະບາງ ໃຫ້ກາຍ ເປັນແຫຼ່ງໄຟຟ້ານ້ໍ້າຕົກ ເພື່ອ ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ນຳໃຊ້ຊັບພະຍາກອນທຳມະຊາດທີ່ຈຳກັດ ໃຫ້ມີຜົນປະໂຫຍດສູງສຸດ,
4. ສ້າງແຂວງຫຼວງພະບາງໃຫ້ ເຂັ້ມແຂງທາງດ້ານບໍລິການ ຂົນສົ່ງການຄ້າການລົງທຶນ ສະຖາບັນການເງິນຢູ່ບັນດາແຂວງ ພາກເໜືອເຊື່ອມຕໍ່ບັນດາອະນຸພາກພື້ນ,
5. ສ້າງຫຼວງພະ ບາງໃຫ້ມີສະຖຽນລະພາບທາງ ດ້ານການເມືອງຢ່າງໜັກແໜ້ນ ຄຸ້ມຄອງລັດ ຄຸ້ມຄອງສັງຄົມ ຕາມລະບຽບກົດໝາຍ ເພື່ອ ເຮັດໃຫ້ສັງຄົມມີຄວາມເປັນ ລະບຽບຮຽບຮ້ອຍ ມີຄວາມສະ ຫງົບ,
6. ປະຕິບັດແນວທາງ ການຕ່າງປະເທດໃຫ້ເຊື່ອມໂຍງ ໂດຍສະເພາະການຮ່ວມ ມືກັບປະເທດເພື່ອນມິດທີ່ມີ ຊາຍແດນຕິດຈອດກັບຫຼວງ ພະບາງ ແລະ ບັນດາອົງການ ຈັດຕັ້ງສາກົນຕ່າງ
Editor: ກຳປານາດ ລັດຖະເຮົ້າ