ເມືອງທ່າແຕງ. ແຂວງເຊກອງ ຈັດພິທີເປີດປີທ່ອງທ່ຽວລາວ 2018 ໃນຄໍ່າຄືນຂອງວັນທີ 8 ມັງກອນ 2018 ນີ້ ເນື່ອງໃນໂອກາດສະເຫຼີມສະຫຼອງເມືອງທ່າແຕງ ຄົບຮອບ 25 ປີ ໂດຍເປັນປະທານຂອງ ທ່ານ ຄໍາໄພ ສິມມາວັດ ຄະນະປະຈໍາພັກເມືອງ ຮອງເລຂາພັກເມືອງ ທ່າແຕງ ຄະນະຮັບຜິດຊອບຊີ້ນໍາຈັດງານປີທ່ອງທ່ຽວລາວ 2018 ທີ່ເມືອງທ່າແຕງ,ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາເຜີຍ ບຸດດາວຽງ ເລຂາພັກແຂວງ-ເຈົ້າແຂວງເຊກອງ, ມີທ່ານ ຫງວຽນ ພິແທ໊ງ ຮອງເລຂາພັກເມືອງຟູນິງ ແຂວງກວາງນາມ ສສ ຫວຽດນາມ, ມີການນໍາຂັ້ນແຂວງ-ເມືອງ,ພະແນການອ້ອມຂ້າງແຂວງ-ເມືອງ ແລະ ເມືອງອ້ອມຂ້າງພ້ອມແຂກຖືກເຊີນເຂົ້າຮ່ວມ.
ທ່ານ ຄໍາໄພ ສິມມາວັດ ຄະນະປະຈໍາພັກເມືອງ ຮອງເລຂາພັກເມືອງ ທ່າແຕງ ຄະນະຮັບຜິດຊອບຊີ້ນຳການຈັດປີທ່ອງທ່ຽວລາວ 2018 ທີ່ເມືອງ ທ່າແຕງກ່າວລາຍງານວ່າ: ການເປີດປີທ່ອງທ່ຽວລາວ 2018 ເປັນກິດຈະກຳສຳຄັນທີ່ສຸດ ເພາະເປັນການຊຸກຍູ້ການຈັດຕັ້ງປະຕິບັດແນວທາງນະໂຍບາຍ,ກົດໝາຍ,ລະບຽບຫລັກການຄຸ້ມຄອງ, ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ, ສຸມໃສ່ການພັດທະນາການທ່ອງທ່ຽວຢູ່ເມືອງທ່າແຕງ ໃຫ້ມີຄວາມສາມາດຮອງຮັບນັກທ່ອງທ່ຽວໃນປັດຈຸບັນ ແລະ ອະນາຄົດ, ສ້າງຈິດສໍານຶກ ແລະ ຍົກສູງຄວາມຮູ້ຂອງສັງຄົມກໍ່ຄື ຊາວເມືອງທ່າແຕງ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານການທ່ອງທ່ຽວທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ເມືອງທ່າແຕງ ຖືເອົາການທ່ອງທ່ຽວເປັນບຸລິມະສິດໜຶ່ງ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ກໍ່ຄື ການສ້າງລາຍຮັບທົງກົງ ແລະ ທາງອ້ອມ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນລາວບັນດາເຜົ່າພາຍໃນເມືອງ,ເຮັດໃຫ້ວຽກງານນີ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ຂະນະປີ 2017 ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວພາຍໃນເມືອງ ທ່າແຕງມີ 19.440ຄົນ, ເຊິ່ງສ້າງສ້າງລາຍຮັບໄດ້ 9 ລ້ານ 5 ແສນ ໂດລາສະຫະລັດ/ປີ, ຄາດວ່າໃນປີ 2018 ນີ້ ຈະສ້າງລາຍຮັບໃຫ້ໄດ້ຫຼາຍກວ່າໃນປີຜ່ານມາ. ສຳລັບກິດຈະກຳທ່ອງທ່ຽວຢູ່ເມືອງ ທ່າແຕງປະຈຸບັນມີແຫຼ່ງທ່ອງທ່ຽວທັງໝົດ 16 ແຫ່ງ,ໃນນີ້ ມີແຫຼ່ງທ່ອງທ່ຽວທໍາມະຊາດ 7 ແຫ່ງ, ທ່ອງທ່ຽວທາງດ້ານວັດທະນະທໍາ 3 ແຫ່ງ, ທາງດ້ານກະສິກໍາ 5 ແຫ່ງ, ແຫຼ່ງທ່ອງທ່ຽວປະຫວັດສາດ 1 ແຫ່ງ.
Editor: ກຳປານາດ ລັດຖະເຮົ້າ