ແຂວງ ສາລະວັນເປັນແຂວງໜຶ່ງ ທີ່ຢູ່ທາງພາກໃຕ້ຂອງລາວ ທີ່ມີດິນແດນສວຍສົດສວຍງາມທາງດ້ານທຳມະຊາດ ແລະ ອຸດົມສົມບູນ ໄປດ້ວຍວັດທະນະທຳ ແລະ ຂຶ້ນຊື່ລືນາມທາງດ້ານປະຫັວດສາດ.
ແຂວງສາລະວັນ ມີຫລາຍສະຖານທີ່ທ່ອງທ່ຽວ ທີ່ຫນ້າສົນໃຈ ບໍ່ວ່າຈະເປັນທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ. ສຳລັບແຫລ່ງທ່ອງທ່ຽວທາງດ້ານທຳມະຊາດພາຍໃນແຂວງສາລະວັນ ທີ່ມີຊື່ສຽງ ແລະ ຫນ້າສຳຜັດ ເປັນຕົ້ນແມ່ນ: ປ່າສະຫງວນແຫຼ່ງຊາດພູຊຽງທອງ, ເປັນແຫລ່ງທ່ອງທ່ຽວທຳມະຊາດ ທີ່ຍັງຄົງຄວາມອຸດົມສົມບູນຂອງຕົ້ນໄມ້, ພັນໄມ້ທີ່ຫາຍາກ ແລະ ສັດຫວງຫ້າມຫລາຍຊະນິດ ທີ່ຍັງອາໃສຢູ່ໃນຜຶນປ່າແຫ່ງນີ້. ນອກນີ້, ກໍ່ຍັງມີນ້ຳ ຕົກຕາດເລາະ, ນ້ຳຕົກຕາດໄມ້ເຮ້ຍ, ນ້ຳຕົກຕາດແກ້ງກຸ, ນ້ຳຕົກຕາດແກ້ງກະຕ່າຍ, ພູອົ່ງ, ສີ່ພັນໂບກ, ນ້ຳຕົກຕາດແກ້ງເສືອເຕັ້ນ, ນ້ຳຕົກຕາດແກ້ງຊັນ, ນ້ຳຕົກຕາດຖ້ຳມະ, ນ້ຳຕົກຕາດສູງ, ນ້ຳຕົກຕາດວັງຄຳ, ນ້ຳຕົກຕາດຫ້ວຍສາດ, ນ້ຳຕົກຕາດເຊເຊັດ, ຖ້ຳຜີຖ້ຳເສືອ, ປ່າດົງດິບຖ້ຳຜືດ ແລະ ອື່ນໆ.
ສ່ວນແຫລ່ງທ່ອງທ່ຽວທາງດ້ານປະຫວັດສາດແຂວງສາລະວັນ ມີ: ຂົວສຸພານຸວົງ, ເສັ້ນທາງໂຮ່ຈີມິນ, ທີ່ມີຄວາມເປັນມາອັນເກົ່າຍາວນານ ແລະ ກາຍເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດທີ່ຫນ້າສົນໃຈ. ສ່ວນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳພາຍໃນແຂວງສາລະວັນ ທີ່ເດັ່ນໆ ຄື: ຮ້ານວາງສະແດງຫັດຖະກໍາ, ບ້ານຊົນເຜົ່າເຂດຕາດເລາະ, ວັດປ່າບ້ານໜອງໃສ, ຖ້ຳພະໂພນທັນ. ນອກຈາກນີ້ແລ້ວ, ແຂວງສາລະວັນ ຍັງມີງານບຸນປະເພນີວັດທະນະທຳ ທີ່ເປັນເທດສະການ ເຊິ່ງໄດ້ຈັດຂື້ນໃນທຸກໆປີ ເພື່ອສົ່ງເສີມການທ່ອງທ່ຽວ ເປັນຕົ້ນແມ່ນ: ງານບຸນລະປືບ ແລະ ງານບຸນປະເພນີວັດທະນະທຳບັນດາເຜົ່າ ແລະ ຍັງມີວັດທະນະທຳ ທີ່ເປັນເອກະລັກຂອງແຂວງ, ນັ້ນກໍ່ຄືສຽງແຄນ, ເປັນດິນແດນລຳວົງສາລະວັນ ດັ່ງຄຳເວົ້າທີ່ວ່າ: ໝາກພ້າວຫວານນາໄຊ ປີ້ງໄກ່ນາປົງ ເຫຼົ້າຂາວເມືອງຄົງ ລຳວົງສາລະວັນ.
Editor: ດາວໄຊ ສີວິໄລ