ກະຊວງການຕ່າງປະເທດ ໄດ້ອອກແຈ້ງການຍົກເວັ້ນວີຊາຝ່າຍດຽວໃຫ້ແກ່ພົນລະເມືອງທີ່ຖື ໜັງສືຜ່ານແດນທຳມະດາຂອງປະເທດ ດານມາກ, ນອກແວ, ແຟງລັງ ແລະ ຊູແອດ. ການຍົກເວັ້ນວີຊາຄັ້ງນີ້ ກໍເພື່ອເປັນການສະໜອງຕາມແນວທາງນະໂຍບາຍ “ເປີດປີທ່ອງທ່ຽວລາວ 2018” ຂອງລັດຖະບານ ໃຫ້ບັນລຸເປົ້າໝາຍ ແລະ ມີຄວາມຄຶກຄື້ນ. ສະນັ້ນ, ລັດຖະບານແຫ່ງ ສປປ ລາວ ເຫັນດີອະນຸມັດໃຫ້ຍົກເວັ້ນວີຊາ ຝ່າຍດຽວ (ຍົກເວັ້ນແບບບໍ່ຕິດວີຊາສະຕິກເກີ້ໃສ່ໜັງສືຜ່ານແດນ) ໃຫ້ແກ່ພົນລະເມືອງທີ່ຖືໜັງສືຜ່ານແດນທຳມະດາຂອງປະເທດ ດານມາກ, ນອກແວ, ແຟງລັງ ແລະ ຊູແອດ ທີ່ຈະເດີນທາງເຂົ້າ-ອອກ ສປປ ລາວ, ນັບແຕ່ວັນທີ 01 ມັງກອນ 2018 ເຖິງ ວັນທີ 31 ທັນວາ 2018 (ສະເພາະປີທ່ອງທ່ຽວລາວ 2018) ໂດຍກໍານົດພັກເຊົາ 15 ວັນ.
Editor: ກຳປານາດ ລັດຖະເຮົ້າ