ທ່ານນາງ ຍານີ ສີມີໄຊ ອັກຄະຣາດຊະທູດທີ່ປຶກສາ (ຝ່າຍການຄ້າ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ໂຄງການດັ່ງກ່າວແມ່ນໂຄງການທີ່ລັດຖະບານໄທ ໃຫ້ຄວາມສຳຄັນກັບສິນຄ້າສະໝຸນໄພ ເນື່ອງຈາກສິນຄ້າດັ່ງກ່າວເປັນທາງເລືອກໃໝ່ ສໍາລັບຜູ້ທີ່ຮັກສຸຂະພາບ ທີ່ບໍ່ຕ້ອງການໃຊ້ສານເຄມີ ທີ່ບໍ່ຕ້ອງການໄປຫາໝໍໃນໄລຍະຍາວ ເພື່ອຕ້ອງການນຳສະໝຸນໄພມາເບິ່ງແຍງຕົນເອງ ຫຼື ໃຊ້ຜະລິດຕະພັນທີ່ເຮັດຈາກສະໝຸນໄພມາເບິ່ງແຍງສຸຂະພາບ ເຊິ່ງງານເທສະການອາຫານ ແລະ ສະໝຸນໄພໄທ ໄດ້ຮ່ວມກັບທາງຊຸບເປີມາເກັດ ວີວມໍ ຣິມປິງ ທີ່ຈັດຂຶ້ນໃນວັນທີ 2-4 ກຸມພາ 2018 ທີ່ ທີ່ຮ້ານຊັບພະສິນຄ້າ ວິວມໍ ຣິມປິງ ນະຄອນຫຼວງວຽງຈັນ.
ນອກຈາກຈະນຳເອົາສິນຄ້າໄທມາວາງສະແດງແລ້ວ ພາຍໃນງານກໍ່ຈະມີສິນຄ້າລາວ ເຊິ່ງໄດ້ປະສານງານກັບກົມສົ່ງເສີມການຄ້າກະຊວງອຸດສາຫະກຳ ແລະ ການຄ້າຂອງລາວ ຈຳນວນ 10 ຮ້ານ ເພື່ອສົ່ງເສີ່ມຜູ້ປະກອບການຂອງລາວ ໄດ້ມີໂອກາດເຂົ້າມາສຶກສາຕະຫຼາດ ຫຼື ທົດລອງຕະຫຼາດ ເພື່ອເຂົ້າມາວາງຂາຍຈຳໜ່າຍສິນຄ້າຂອງລາວໃນຄັ້ງນີ້ນຳອີກ ຖືໄດ້ວ່າເປັນການແລກປ່ຽນຮຽນຮູ້ເຊິ່ງກັນ ແລະ ກັນ ສ່ວນເລື່ອງຂອງຜະລິດຕະພັນສິນຄ້າ ການຕະຫຼາດ ເພາະງານດັ່ງກ່າວນີ້ ກຸ່ມເປົ້າໝາຍທີ່ເຊີນເຂົ້າມາວາງສະແດງແມ່ນກຸ່ມທາງສະຖານທູດ ທີ່ຢູ່ນະຄອນຫຼວງວຽງຈັນ ແລະ ກຸ່ມຜູ້ປະກອບການນັກທຸລະກິດ ເຂົ້າຮ່ວມກິດຈະກຳກັບພວກເຮົາ ເຊິ່ງຈະເປີດໃນວັນທີ 2 ກຸມພານີ້ ເວລາ 16:00 ໂມງ. ສໍາລັບງານຄັ້ງນີ້ ກິດຈະກຳທີ່ຈັດມີ 3 ວັນ, ໃນພິທີເປີດຈະມີການສາທິດເຮັດອາຫານຈາກເຊບຊື່ດັງຈາກປະເທດໄທ ມີການເຝິກອົບໃນການສາທິດປຸງແຕ່ງອາຫານ ຂະໜົມ ຜະລິດຕະພັນທີ່ໄດ້ມາຈາກສະໝຸນໄພ ແລະ ອື່ນໆ ນອກຈາກນັ້ນ ຍັງມີສິລະປີນໄທ ທີ່ມີຊື່ສຽງມາຮ່ວມຈັດກິດຈະກຳ ດັ່ງນັ້ນ, ຈຶ່ງຂໍເຊີນຊວນທຸກໆທ່ານເຂົ້າຮ່ວມງານໃນຄັ້ງນີ້ ເພື່ອເປັນການສົ່ງເສີ່ມຜະລິດຕະພັນສະໝຸນໄພ ໄທ-ລາວ.
Editor: ກຳປານາດ ລັດຖະເຮົ້າ