ເມື່ອບໍ່ດົນມານີ້ ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຮ່ວມກັບ ສະມາຄົມຈີນ ນະຄອນຫຼວງວຽງຈັນ, ຈັດງານມະໂຫລານເທດສະການກຸດຈີນ 2018 ໂດຍເປັນກຽດເຂົ້າຮ່ວມໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທັງເປັນປະທານສະມາຄົມມິດຕະພາບລາວຈີນ, ທ່ານ ຫວັງ ເຫວີນ ທ່ຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍແຂກຖືກເຊີນ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ການສະແດງໃນຄັ້ງນີ້ ປະກອບມີຫຼາຍລາຍການທີ່ໜ້າຕື່ນຕາຕື່ນໃຈ ຄື: ການບັນເລງວົງດົນຕີພື້ນເມືອງໃບໜ້າທີ່ຍີ້ມແຍ້ມ, ບົດຟ້ອນຊື່ນຊົມຍິນດີ,ບົດເພງ ມາລາຫອມຫ້າທະວີບ, ບົດຟ້ອນເຜົ່າລື້ ສາວຕວະລີ້, ບົດເພງຈາກສິນລະປິນລາວ ສັກວົງເຊວ ໜຶ່ງແລວທາງໜຶ່ງເສັ້ນທາງ ແລະ ລາຍການອື່ນໆ. ນອກນັ້ນ, ຢູ່ໜ້າງານມະໂຫລານເທດສະການກຸດ ຈີນ 2018 ຍັງມີນາຍຊ່າງຫັດຖະກໍາຈີນມາສາທິດການເຮັດງານສີມີທີ່ປານີດ, ມີການວາງສິລະປະການແຕ້ມຮູບດ້ວຍນໍ້າຕານ, ການປັ້ນຫຸ້ມແປ້ງ, ການຂຸດລາຍໃສ່ໝາກນໍ້າເຕົ້າ ມີເກມການແຂ່ງຂັນຕ່າງໆ ແລະ ກິດຈະກຳອື່ນໆ
ງານມະໂຫລານເທດສະການກຸດຈີນ ໄດ້ຈັດຂຶ້ນທຸກໆປີນັບແຕ່ປີ 2015 ເປັນຕົ້ນມາ ເຊິ່ງປີນີ້ກໍ່ແມ່ນຈັດຂຶ້ນເປັນຄັ້ງທີ 4 ແລະ ເປັນງານວັດທະນະທໍາເພື່ອສົ່ງເສີມ ແລະ ຊຸກຍູ້ວັດທະນະທຳອັນເປັນມູນເຊື້ອທີ່ງົດງາມຂອງຊາວຈີນ ໃຫ້ກັບມວນຊົນຊາວນະຄອນຫຼວງວຽງຈັນ ໄດ້ຮູ້ເຖິງວັດທະນະທໍາອັນດີງາມຂອງ ສປ ຈີນ.
Editor: ກຳປານາດ ລັດຖະເຮົ້າ