ບໍລິສັດ ເບຍລາວ ຈໍາກັດ ໄດ້ເຊັນສັນຍາກັບ ສະຫະພັນບານເຕະແຫ່ງຊາດລາວ ໃນການເປັນຜູ້ສະໜັບສະໜູນຫຼັກ ໄລຍະ 5 ປີ ( 2018-2022 ) ພິທີດັ່ງກ່າວໄດ້ຈັດຂື້ນໃນວັນທີ 15 ກຸມພາ 2018 ທີ່ຜ່ານມາ ທີ່ສະຫະພັນບານເຕະແຫ່ງຊາດລາວ ໂດຍໄດ້ມີການປ່ຽນຊື່ຈາກ ລາວພຣີເມຍລີກ ມາເປັນ ເປບຊີ ພຣີເມຍລີກ 2018.
ທ່ານ ວິເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວວ່າ: ເນື່ອງຈາກ ບໍລິສັດເບຍລາວ ຈໍາກັດ ກໍ່ຄືຜູ້ຜະລິດ ເປບຊີ ເປັນໃຫ້ການສະໜັບສະໜູນຫຼັກການແຂ່ງຂັນ ບານເຕະ ລາວພຣີເມຍລີກ 2018 ລວມທັງຍັງເປັນຜູ້ຊື້ກິດຈະກໍາຕ່າງໆຂອງ ບານເຕະລາວພຣີເມຍລີກ ຈິ່ງປ່ຽນຊື່ມາເປັນ ເປຊີ ລາວພຣີເມຍລີກ ເໝືອນກັບ ລີກສູງສຸດຂອງອັງກິດ ທີ່ມີຊື່ເຕັມວ່າ barclays premier league ກໍ່ແມ່ນ ບໍລິສັດ Barclays ເປັນຜູ້ສະໜັບສະໜູນຫຼັກ ໃນພິທີດັ່ງກ່າວ ບໍລິສັດເບຍລາວ ມອບເງິນສະໜັບສະໜູນໃຫ້ ເປບຊີ ລາວພຣີເມຍລີກ ຈໍານວນ 1 ຕື້ 370 ລ້ານກີບ
ສໍາລັບ ການແຂ່ງຂັນບານເຕະ ເປບຊີ ລາວພຣີເມຍລີກ 2018 ມີ 8 ທີມເຂົ້າຮ່ວມຊີງໄຊ ປະກອບມີ:
- ລາວໂຕໂຢຕ ເອັຟຊີ,
- ປກສ ເອັຟຊີ,
- ດີເຄ ເອັຟຊີ,
- ສະຫວັນ ຢູໄນເຕັດ,
- ກອງທັບ ເອັຟຊີ,
- ມາສເຕີ ເຊເວັນ ເອັຟຊີ,
- ຫຼວງພະບາງ ຢູໄນເຕັດ
- ຊ້າງນ້ອຍ ເອັຟຊີ, ເຊິ່ງຈະເປີດສາກຢ່າງເປັນທາງການ ໃນວັນທີ 24 ກຸມພາ 2018 ໂດຍຈະແຂ່ງຂັນ 2 ຮອບ ( ຮອບຂາໄປ ແລະ ຂາກັບ) ລວມທັງໝົດ 56 ນັດ
Editor: ກຳປານາດ ລັດຖະເຮົ້າ