ງານບຸນການສະແດງວຽງຈັນ 2018 ໄດ້ຈັດຂື້ນ ໃນລະຫວ່າງ ວັນທີ 17 - 18 ກຸມພາ 2018 ຜ່ານມານີ້ ທີ່ ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ. ເຊີ່ງມີຈຸດປະສົງເພື່ອເຮັດໃຫ້ມວນຊົນຫັນມາສົນໃຈ ແລະ ສົ່ງເສີມສີລະປະການສະແດງຂອງຄົນລາວ ພ້ອມທັງໄດ້ຊົມການສະແດງຂອງຕ່າງປະເທດໄປພ້ອມກັນ ແລະ ງານດັ່ງກ່າວເປັນອີກໜຶ່ງກິດຈະກໍາ ທີ່ຈະດຶງດູເອົານັກທ່ອງທ່ຽວເຂົ້າມາທ່ຽວໃນນະຄອນຫຼວງວຽງຈັນ ຫຼາຍຂື້ນ. ຜ່ານການສະແດງ 2 ວັນເຕັມ ແມ່ນໄດ້ຮັບຄວາມສົນໃຈ ຈາກສັງຄົມ ເປັນທີ່ຫນ້າພື່ງພໍໃຈ
ນອກນັ້ນຍັງເປັນການເປີດໂອກາດໃຫ້ນັກສະແດງຄົນລາວ ໄດ້ແລກປ່ຽນປະສົບການ ກັບນັກສະແດງຈາກຕ່າງປະເທດ ເພື່ອພັດທະນາທັກສະການສະແດງຂອງຕົນ ໃຫ້ດີຂື້ນຕື່ມອີກ. ການຈັດງານບຸນການສະແດງ ຄັ້ງນີ້ເປັນຄັ້ງທີ 3 ຈັດຂື້ນ ໂດຍສືບເນື່ອງມາຈາກຄັ້ງ ຜ່ານມາ ທີ່ໄດ້ຮັບການຕອບຮັບເປັນຢ່າງດີ ພ້ອມທັງໄດ້ຮັບການສະໜັບສະໜູນຈາກຫລາຍພາກສ່ວນ ທັງພາກລັດ - ເອກກະຊົນ ແລະ ອົງການຈັດຕັ້ງຕ່າງໆ ທີ່ໃຫ້ການຊຸກຍູ້ສົ່ງເສີ່ມດ້ວຍດີຕະຫຼອດມາ, ຕະຫລອດ 2 ວັນເຕັມ ມີການສະແດງຫລາຍກວ່າ 30 ລາຍການ, ທີ່ຫາເບີ່ງຫາຊົມໄດ້ຍາກ ລວມທັງນັກສະແດງ ທັງພາຍໃນ ແລະ ຕ່າງປະເທດ ສະແດງຜັດປ່ຽນກັນ ເຊັ່ນ: ຈາກ ສປປ ລາວ, ປະເທດໄທ, ປະເທດກໍາປູເຈຍ ແລະ ປະເທດຍີ່ປຸ່ນ ທຸກການສະແດງລ້ວນແຕ່ສ້າງຄວາມມ່ວນຊື່ນ ສ້າງຮ້ອຍຍີ້ມ ໃຫ້ແກ່ຜູ້ທີ່ມາຮ່ວມພາຍໃນງານ ທັງຜູ້ນ້ອຍ ແລະ ຜູ້ໃຫຍ່, ຄຽງຄູ່ກັນນັ້ນ ຍັງມີການສະແດງກາຍະສີນ, ລະຄອນຕຸກກະຕາ, ລະຄອນເວົ້າ, ລໍາເລື້ອງ, ລໍາພື້ນບ້ານ, ເຕັ້ນບີບອຍ, ການສະແດງຂອງກຸ່ມຄົນພິການທາງຫູ, ການສະແດງຮູບເງົາປະຫລັກຕື້ພື້ນບ້ານ, ພ້ອມທັງມີການວາງສະແດງຜົນງານຮູບແຕ້ມຂອງສີນລະປີນ ທີ່ມີຊື່ສຽງທາງດ້ານວິຈິດສີນ, ມີການວາງສະແດງຮູບພາບ, ການແຕ້ມຮູບເໜືອນ( ຄ້າຍຄື) ພ້ອມທັງມີຮ້ານຂາຍເຄື່ອງທີ່ລະນຶກຢ່າງຫຼວງຫຼາຍ ພາຍໃນງານ.
Editor: ກຳປານາດ ລັດຖະເຮົ້າ