ແຂວງຫົວພັນ ແມ່ນແຂວງໜຶ່ງຂອງປະເທດລາວທີ່ຕັ້ງຢູ່ທາງພາກເໜືອ ແລະ ເປັນອີກແຂວງໜຶ່ງໃນ ທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດທີ່ມີຄວາມສວຍສົດງົດງາມ ແລະ ເປັນດິນແດນທີ່ມີຄວາມຫາກຫຼາຍທາງດ້ານທຳມະຊາດ ທັງພູຜາປ່າໄມ້ ແລະ ນໍ້ຕົກຕາດ ທີ່ມີຄວາມສວຍງາມ ແລະ ໂດດເດັ່ນຫຼາຍແຫ່ງທີ່ໜ້າຄົ້ນຫາ. ນອກນັ້ນຍັງມີຄວາມໂດດເດັ່ນທາງດ້ານວັດທະນະທໍາ ແລະ ທາງດ້ານປະຫັວດສາດທີ່ມີມາແຕ່ດົນນານ. ສ່ວນການເດີນທາງເຂົ້າສູ່ແຂວງຫົວພັນ ແມ່ນມີຄວາມສະດວກສະບາຍໂດຍມີເສັ້ນທາງບົກທີ່ເຊື່ອມຈອດກັບບັນດາແຂວງອ້ອມຂ້າງ ແລະ ປະເທດໃກ້ຄຽງ.
ເມື່ອເວົ້າເຖິງແຫຼ່ງທ່ອງທ່ຽວ ແຂວງຫົວພັນ ເປັນອີກແຂວງໜຶ່ງທີ່ມີສະຖານທ່ອງທ່ຽວ ທີ່ຫນ້າສົນໃຈ ບໍ່ວ່າຈະເປັນທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທໍາ. ສໍາລັບແຫລ່ງທ່ອງທ່ຽວທາງດ້ານທໍາມະຊາດ ພາຍໃນແຂວງ ແມ່ນມີຫລາຍແຫ່ງທີ່ຫນ້າສົນໃຈເປັນຕົ້ນແມ່ນ: ທະເລໝອກ, ນໍ້າຕົກຕາດສະເຫຼີ້ຍ, ນໍ້າຕົກຕາດລຸນ, ບໍ່ນໍ້າຮ້ອນ, ບໍ່ນ້ຳອຸ່ນ, ນໍ້າຕົກຕາດຫ້ວຍສ້ານ, ແກ້ງລິດ, ນໍ້າຕົກຕາດຫ້ວຍແວກ, ນໍ້າຕົກຕາດນ້ຳນົ່ວ, ນໍ້າຕົກຕາດຫ້ວຍຕາດ, ນໍ້າຕົກຕາດວັງໄນ, ຖໍ້າເຈຍນ້ອຍ ແລະ ອື່ນໆ. ສ່ວນແຫລ່ງທ່ອງທ່ຽວທາງດ້ານປະຫວັດສາດ ແລະ ວັດທະນະທຳແມ່ນ: ຖ້ຳປະຫວັດສາດທ່ານຜູ້ນຳ, ນາຄັງຄ້າຍ USA ເກົ່າ, ອານຸສາວະລີ ລາວ-ຫວຽດນາມ, ຜາຖີ່ ແລະ ຖໍ້າແມ. ສວນແກ້ວຫຼັກເມືອງ, ວັດໂພໄຊຊະນະຣາມ, ວັດດ່ານຮົມ, ວັດອົງຕື້, ພະທາດ ແລະ ບ້ານຫັດຖະກໍາຕໍ່າຫູກ. ນອກຈາກນັ້ນ ຍັງງານບຸນປະເພນີວັດທະນະທໍາບັນດາເຜົ່າຂອງແຕ່ລະເຜົ່າຊົນ. ເຊິ່ງໄດ້ຈັດຂຶ້ນໃນທຸກໆປີ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ເພື່ອຮັກສາຮີດຄອງປະເພນີວັດທະນະທໍາ. ສະນັ້ນ ປີທ່ອງທ່ຽວລາວ 2018 ນີ້ ຈຶ່ງຖືເອົາໂອກາດນີ້ ໃຫ້ບັນດາທ່ານ ລວມໄປເຖິງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດຫາໂອກາດໄປສໍາຜັດ ແລະ ຄົ້ນຫາດ້ວຍຕາຂອງທ່ານເອງ. ນອກຈາກນັ້ນ ແຂວງຫົວພັນຍັງມີຄໍາຂັວນທີ່ວ່າ: “ງົດ¬ງາມ¬ພູຜາ ນ້ໍາມ້າສ່ອງໃສ ວຽງໄຊປະ¬ຫວັດ¬ສາດ ຜ້າໃໝຊໍາໃຕ້ ຫີນຕັ້ງ¬ຫົວເມືອງ ຖິ່ນພູສາມເຊົ່າ ຄົກເຂົ້ານ້ໍາ¬ລິນ ແຜ່ນ¬ດິນວິລະ¬ຊົນ
Editor: ແຂວງຫົວພັນ