ຕາມການລາຍງານຂອງຫນັງສືພິມວຽງຈັນໃຫມ່ ເພື່ອຮອງຮັບນັກທ່ອງທ່ຽວທີ່ເຂົ້າມາທ່ຽວໃນ ສປປ ລາວ ປັດຈຸບັນ ມີສະຖານທີ່ພັກແຮມທັງໝົດ 2.997 ແຫ່ງ ມີ 46.513 ຫ້ອງ, ໂຮງແຮມ 545 ແຫ່ງ ມີ 21.617 ຫ້ອງ ຣີສອດ ແລະ ເຮືອນພັກ ຈຳນວນທັງໝົດ 2.452 ແຫ່ງ 24.896 ຫ້ອງ ການຈັດຂັ້ນໂຮງແຮມ ເຮືອນພັກ ໄດ້ທັງໝົດ 126 ແຫ່ງ ໃນນີ້ ມີໂຮງແຮມ ແລະ ຣີສອດ 70 ແຫ່ງ ເຮືອນພັກ 56 ແຫ່ງ ໂຮງແຮມລະດັບ 5 ດາວ ມີ 4 ແຫ່ງ ໂຮງແຮມ 4 ດາວ ມີ 12 ແຫ່ງ ໂຮງແຮມ 3 ດາວ ມີ 23 ແຫ່ງ ໂຮງແຮມ 2 ດາວ ມີ 17 ແຫ່ງ ໂຮງແຮມ 1 ດາວ ມີ 14 ແຫ່ງ ສ່ວນເຮືອນພັກ 3 ດອກຈຳປາ 11 ແຫ່ງ 2 ດອກຈຳປາ ມີ 25 ແຫ່ງ ແລະ 1 ດອກຈຳປາ 20 ແຫ່ງ ຈຳນວນບໍລິສັດທ່ອງທ່ຽວທົ່ວປະເທດ 1.275 ບໍລິສັດ ພັດຕະຄານ ຈຳນວນ 6 ແຫ່ງ ແລະ ຮ້ານອາຫານ ຈຳນວນທັງໝົດ 1.664 ແຫ່ງ.
ທ່ານ ບຸນມາ ເພັດວົງສາ ຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ລາຍງານສະຫຼຸບວຽກງານທ່ອງທ່ຽວປີ 2017 ວ່າ: ໃນທົ່ວປະເທດມີແຫຼ່ງທ່ອງທ່ຽວທີ່ຄົ້ນພົບ ແລະ ຂຶ້ນບັນຊີແລ້ວ ຈໍານວນ 2.104 ແຫ່ງ ໃນນັ້ນ ແຫຼ່ງທ່ອງທ່ຽວທາງທຳມະຊາດ 1.194 ແຫ່ງ ວັດທະນະທໍາ 628 ແຫ່ງ ປະຫວັດສາດ 282 ແຫ່ງ ສໍາເລັດການສ້າງແຜນແມ່ບົດພັດທະນາຄຸ້ມຄອງການທ່ອງທ່ຽວເມືອງ ແລະ ແຂວງຜົ້ງສາລີ ສຳເລັດການສຳຫຼວດຈັດສັນ 2 ແຫ່ງ ຢູ່ຖ້ຳປູຄຳ, ເມືອງວັງວຽງ ແຂວງວຽງຈັນ ແລະ ເຊພະ-ເຊປ້ອງໄລ ແຂວງອັດຕະປື ພ້ອມນັ້ນ ໄດ້ພັດທະນາພື້ນຖານໂຄງລ່າງສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ ເປັນຕົ້ນ ກໍ່ສ້າງສູນຂໍ້ມູນຂ່າວສານການທ່ອງທ່ຽວ ພູເກືອເບີອີ ແຂວງອັດຕະປື ປັບປຸງຫ້ອງວາງສະແດງວັດຖຸສະໄໝສົງຄາມທົ່ງໄຫຫີນແຫ່ງທີ 1 ແຂວງຊຽງຂວາງ ກໍ່ສ້າງຫ້ອງນ້ຳສາທາລະນະ ທີ່ໄດ້ມາດຕະຖານ ອາຊຽນ 2 ແຫ່ງ ກໍ່ສ້າງທ່າຈອດເຮືອ ແລະ ຂັ້ນໄດຂຶ້ນ-ລົງຂອງນັກທ່ອງທ່ຽວໄດ້ 3 ແຫ່ງ ສ້າງ ແລະ ຮັບຮອງແຜນພັດທະນາການທ່ອງທ່ຽວລະດັບພາກ ທັງສາມພາກ ສໍາລັບປີ 2016-2020 ສ້າງຮ່າງມາດຕະຖານຈັດລະດັບສະຖານທີ່ທ່ອງທ່ຽວຂອງ ສປປ ລາວ ສ້າງ
Editor: ວຽງຈັນໃຫມ່