ທ່ານ ຂັນຕີ ໂພທິນ, ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ປະຈໍາແຂວງຄໍາມ່ວນໃຫ້ຮູ້ວ່າ : ວຽກງານທ່ອງທ່ຽວຖືເປັນວຽກງານທີ່ມີຄວາມສໍາຄັນ ແລະ ກໍ່ຖືເປັນທ່າແຮງອັນໜຶ່ງທີ່ຂັບເຄື່ອນການພັດທະນາປະເທດໄດ້ຢ່າງຍືນຍົງ , ເປັນມິດຕໍ່ສິ່ງແວດລ້ອມອີກດ້ວຍ ແລະ ສົ່ງເສີມໃຫ້ປະຊາຊົນໃນຊຸມຊົນທ້ອງຖິ່ນນັ້ນໆໃຫ້ມີລາຍໄດ້ເຮັດໃຫ້ຊີ້ວິດການເປັນຢູ່ນັບມື້ນັບດີຂຶ້ນ .
ໄລຍະໜຶ່ງປີຜ່ານມາ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ພັດທະນາວົງຈອນການທ່ອງທ່ຽວ ຮ່ວມກັບແຂວງບໍລິຄໍາໄຊ ໄດ້ 07 ຄັ້ງ, ສົມທົບກັບ ບໍລິສັດ ກຣິນແອັດເວນເຈີ້ ເພື່ອສໍາຫຼວດຈຸດຕິດຕັ້ງສາຍສະລິງ ແລະ ກິດຈະກໍາການທ່ອງທ່ຽວທີ່ຈຸດເບິ່ງຖັດສະນີຍະພາບພູຜາມ່ານ , ປະສານກັບຜູ້ຊ່ຽວຊານຈາກ ເອດີບີ ແລະ ພະແນກການກ່ຽວຂ້ອງ ຈັດກອງປະຊຸມຜ່ານຮ່າງແຜນການພັດທະນາບໍລິເວນນໍ້າພຸເມືອງທ່າແຂກ ໄດ້ 01 ຄັ້ງ , ປັບປຸງສາລາເບິ່ງຖັດສະນີຍະພາບພູຜາມ່ານ ແລະ ກໍ່ສ້າງສູນຂໍ້ມູນຂ່າວສານບ້ານກອງລໍ , ສໍາເລັດການຈັດພິທີມອບ-ຮັບລາງວັນມາດຕະຖານອາຊຽນ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ໃຫ້ແກ່ບ້ານກອງລໍເມືອງຄູນຄໍາ.
ສໍາລັບ ນັກທ່ອງທ່ຽວເຂົ້າ-ອອກແຂວງຄໍາມ່ວນປະຈໍາປີ 2017 ລວມທັງໝົດ 464.584 ຄົນ (ສີ່ແສນຫົກສິບສີ່ພັນຫ້າຮ້ອຍແປດສິບສີ່), ຍິງ 152.009 ຄົນ (ຫນຶ່ງແສນຫ້າສິບສອງພັນເກົ້າ) ໃນນັ້ນ ນັກທ່ອງທ່ຽວພາຍໃນມີ 135.516 ຄົນ, ຍິງ 83.479 ຄົນ ນອກນັ້ນ ແມ່ນນັກທ່ອງທ່ຽວຕ່າງປະເທດ ສາມາດສ້າງລາຍຮັບໄດ້ໂດຍສະເລ່ຍຈາກນັກທ່ອງທ່ຽວ ເປັນເງິນ 338 ຕື້ກວ່າກີບ, ໄດ້ສົມທົບກັບຜູ້ປະກອບການຂົງເຂດໂຮງແຮມ , ເຮືອນພັກ ແລະ ຮ້ານອາຫານ , ສະມາຄົມລົດຕູ້ , ບໍລິສັດທ່ອງທ່ຽວ ໄດ້ 01 ຄັ້ງ ເພື່ອຊຸກຍູ້ໃຫ້ເອົາໃຈໃສ່ດ້ານຂອດບໍລິການສໍາລັບນັກທ່ອງທ່ຽວ ໄດ້ອອກອະນຸຍາດໃຫ້ບໍລິສັດທ່ອງທ່ຽວ ນໍານັກທ່ອງທ່ຽວເຂົ້າທ່ຽວແຂວງຄໍາມ່ວນໄດ້ 02 ຄັ້ງ ,ມີແຂກ 14 ຄົນ, ຕໍ່ໃບອະນຸຍາດດໍາເນີນທຸລະກິດໃຫ້ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ສະຖານທີ່ບັນເທີງໄດ້ 52 ແຫ່ງ , ມີນັກທ່ອງທ່ຽວເຂົ້າມາໃຊ້ບໍລິການສູນຂໍ້ມູນການ ທ່ອງທ່ຽວທັງໝົດ 113 ຄົນ, ຍິງ 58 ຄົນ, ສໍາເລັດ ການຈັດຝຶກອົບຮົມໃຫ້ແກ່ຜູ້ປະກອບການທຸລະກິດທ່ອງທ່ຽວໃນເປົ້າໝາຍ 02 ຕົວເມືອງ ຄື : ເມືອງນາກາຍ ແລະ ເມືອງຄູນຄໍາ ຜູ້ເຂົ້າຮ່ວມ 35 ຄົນ, ຍິງ 19 ຄົນ, ສໍາເລັດການຝຶກອົບຮົມຜູ້ພາທ່ຽວໄດ້ 01 ຄັ້ງ ມີ 21 ຄົນ, ຈັດຝຶກອົບຮົມການບໍລິການຂົງເຂດໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ 01 ຄັ້ງມີຜູ້ເຂົ້າຮ່ວມ 76 ຄົນ, ຍິງ 61 ຄົນ . ພິເສດສໍາລັບວຽກງານທ່ອງທ່ຽວ ຄືໃນຕົ້ນປີ 2018 ນັບແຕ່ວັນທີ 25–31 ມັງກອນ 2018 ແຂວງຄໍາມ່ວນ ໄດ້ຈັດງານເປີດປີທ່ອງທ່ຽວລາວຕິດພັນກັບງານບຸນພຣະທາດສີໂຄດຕະບອງຂຶ້ນຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມມ່ວນຊື່ນ ເຊິ່ງໄດ້ຄວາມປະທັບໃຈໃຫ້ແກ່ແຂກທັງພາຍໃນ ແລະ ຕ່າງປະເທດໄດ້ເປັນຢ່າງດີພ້ອມທັງເຮັດໃຫ້ປະຊາຊົນພາຍໃນແຂວງ, ເມືອງ , ບ້ານ , ກຸ່ມບ້ານໄດ້ມີລາຍຮັບຈາກວົງຈອນການທ່ອງທ່ຽວ
ສໍາລັບ ທິດທາງແຜນການປະຈໍາປີ 2018 ແມ່ນສືບຕໍ່ອອກໃບອະນຸຍາດປະຈໍາປີ ໃຫ້ຜູ້ປະກອບການທຸລະກິດໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ບັນເທີງ , ສືບຕໍ່ອອກໃບອະນຸຍາດດໍາເນີນທຸລະກິດບໍລິສັດທ່ອງທ່ຽວ,ໂຮງແຮມ - ເຮືອນພັກ , ສືບຕໍ່ປັບປຸງຂໍ້ມູນຂ່າວສານການທ່ອງທ່ຽວພາຍໃນແຂວງ ແລະ ຕ່າງປະເທດໃຫ້ທັນສະໄໝ ແລະ ທັນຕໍ່ກັບສະພາບການ ທີ່ມີການປ່ຽນແປງໃນແຕ່ລະໄລຍະ, ກະກຽມລົງຕິດຕາມການກໍ່ສ້າງເສັ້ນທາງຫາແຫຼ່ງທ່ອງທ່ຽວຖໍ້າຊ້າງ ( ບ້ານຖໍ້າ ) ເມືອງທ່າແຂກ , ກະກຽມຕິດຕັ້ງປ້າຍສູນຂໍ້ມູນຂ່າວສານບ້ານກອງລໍ ເມືອງຄູນຄໍາ ຈໍານວນ 08 ແຜ່ນ, ກະກຽມປັບປຸງ ແລະ ກໍ່ສ້າງສິ່ງອໍານວຍຄວາມສະດວກຢູ່ບໍລິເວນເດີ່ນພຣະທາດສີໂຄດຕະບອງຄື: ບ່ອນຈອດລົດ, ເສັ້ນທາງ ແລະ ຫ້ອງນໍ້າເພື່ອຮອງຮັບກັບບຸນນະມັດສະການພຣະທາດສີໂຄດຕະບອງໃນປີຕໍ່ໄປ.
Editor: ແຂວງຄຳມ່ວນ