ພະທາດສາມປາງ ເປັນສະຖານທີ່ປັດຕະຍະກໍາຫີນແບບຂອມບູຮານ ພະທາດສາມປາງ ຕັ້ງຢູ່ເຂດ 4 ບ້ານໂນນຍາງ ເມືອງສຸຂຸມາ ແຂວງຈຳປາສັກ ຫ່າງຈາກຕົວເມືອງສຸຂຸມາ ໄປທາງຕາເວັນຕົກສ່ຽງເໜືອ ປະມານ 13 ກິໂລແມັດ ແລະ ຫ່າງຈາກເມືອງປາກເຊ ໄປທາງຕາເວັນຕົກສ່ຽງໃຕ້ປະມານ 72 ກິໂລແມັດ, ພະທາດສາມປາງ ເປັນຜາສາດຫີນສາມຍອດ ທີ່ເຄີຍຮຸ່ງເຮືອງ ແລະ ໄດ້ລົ້ມສະຫຼາຍແຫ່ງອະລິຍະທໍາຂອມ ເຊິ່ງຊາວຂອມບູຮານນັ້ນນັບຖືສາສະໜາຮິນດູ ແລະ ໄດ້ແຜ່ລາມສາສະໜານີ້ໄປດ້ວຍຮູບແບບຕ່າງໆ ບໍ່ວ່າຈະເປັນຫຼັກການປົກຄອງ, ຄະຕິຄວາມເຊື່ອ ແລະ ວິຖີການດຳລົງຊີວິດ ແລະ ດ້ວຍປັດໄຈນີ້ພະທາດສາມປາງ ອາດຈະເປັນເທວະສະຖານ, ເປັນຕົວແທນ ຫຼື ໝາຍເຖິງພະຊີວະ, ພະວິລະນຸ ແລະ ພະພົມ ກໍ່ເປັນໄດ້.
ພະທາດສາມປາງ ເປັນພະທາດທີ່ກໍ່ສ້າງຂຶ້ນມະໃນໄລຍະສະຕະວັດທີ 12 ເຊິ່ງສ້າງບໍ່ສຳເລັດ ໂດຍຕັ້ງລຽງກັນເທິງແທ່ງຫີນ, ສັນນິຖານວ່າ ສຸພາທາ ເປັນຜູ້ສ້າງຂຶ້ນ. ຜູ້ຊ່ຽວຊານທາງບູຮານຄະດີໄດ້ສັນນິຖານວ່າ: ສຸພາທາ ອາດແມ່ນບຸກຄົນດຽວກັນກັບ ທິວາກາ ຮາປັນດິຕາ ເຊິ່ງເປັນທີ່ປຶກສາຂອງເຈົ້າຊີວິດ. ຫີນສີລາຈາລຶກຢູ່ຕໍ່ໜ້າຫໍທີ່ມີໜັງສືຂຽນໄວ້ທັງ 4 ດ້ານ ສັນນິຖານວ່າ: ມານດາຂອງພະອົງເປັນຄົນງາມ ແລະ ເປັນຜູ້ເກັ່ງທາງດ້ານອັກສອນສາດ ກໍ່ຄື ທາງດ້ານກາບກອນ. ຫີນສີລາຈາລຶກໄດ້ບັນທຶກເຫດການດັ່ງກ່າວນັ້ນໄວ້ ເຊິ່ງເປັນຂໍ້ມູນທີ່ສໍາຄັນ ສໍາລັບ ນັກຊ່ຽວຊານທາງດ້ານໜັງສືຈາລຶກຫີນສີລາ ເຊິ່ງພົວພັນເຖິງປະຫວັດສາດຂະແມ ຫຼື ກຳປູເຈຍໃນປັດຈຸບັນ. ສະຖານທີ່ແຫ່ງນີ້ຍັງເປັນປິດສະໜາ ເຊິ່ງຫາຄຳຕອບຍັງບໍ່ໄດ້ ວ່າ ໃຜເປັນຜູ້ສ້າງກັນແທ້ ຫຼື ເພື່ອຈຸດປະສົງຫຍັງ? ເພາະເປັນພຽງການບອກເລົ່າປາກຕໍ່ປາກຂອງຜູ້ເຖົ້າຜູ້ແກ່ທີ່ອາໃສຢູ່ບໍລິເວນນັ້ນເລົ່າໃຫ້ຟັງ, ບາງຄົນກໍ່ບອກວ່າ ພະທາດສາມປາງ ແມ່ນສະຖານທີ່ບູຮານທີ່ພວກຂອມສ້າງຂຶ້ນ ໂດຍການນຳພາ ຂອງສາມອ້າຍນ້ອງ ຜູ້ທີ 1 ຊື່ວ່າ: ກຳມະລໍ, ຜູ້ທີ 2 ຊື່ວ່າ: ກຳມະລິເກຍ ແລະ ຜູ້ທີ 3 ຊື່ວ່າ: ກຳມະລະລິເມຍ ແຕ່ກໍ່ຍັງຫາສາເຫດມາສະຫຼຸບບໍ່ໄດ້ເທື່ອ.
ປັດຈຸບັນ ພະທາດສາມປາງ ແຫ່ງນີ້ ນອກຈາກຈະກາຍເປັນແຫຼ່ງທ່ອງທ່ຽວແລ້ວ, ຍັງເປັນສະຖານທີ່ໃຫ້ຜູ້ຄົນລຸ້ນຫຼັງໄດ້ສຶກສາຮຽນຮູ້ເຖິງປະຫວັດຄວາມເປັນມາ, ຜູ້ທີ່ໃຝ່ຫາຄວາມຮູ້ໄດ້ເກັບກຳຂໍ້ມູນ ບໍ່ວ່າຈະເປັນດ້ານວັດທະນະທຳ, ດ້ານສິລະປະກຳ ແລະ ອື່ນໆ.
Editor: ດາວໄຊ ສີວິໄລ