ໃນຕອນແລງຂອງວັນທີ 02 ເມສາ 2018 ທີ່ແຂວງສາລະວັນ ໄດ້ຈັດພິທີສະເຫຼີມສະຫຼອງ ປີທ່ອງທ່ຽວລາວ 2018 ຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ລັ່ນຄ້ອງ 9 ບາດຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ທັງເປັນປະທານຊີ້ນໍາຈັດງານປີທ່ອງທ່ຽວລາວ 2018 ລະດັບຊາດ, ເຊິ່ງມີ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ, ມີພຣະເທລາ ນຸເທລະ, ບັນດາການນຳຈາກສູນກາງ, ແຂວງອ້ອມຂ້າງ, ຄະນະພັກ-ຄະນະນຳພາຍໃນແຂວງ, ແຂກຖືກເຊີນຈາກປະເທດອ້ອມຂ້າງ ແລະ ປະຊາຊົນຊາວແຂວງສາລະວັນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ
ໃນພິທີ, ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງໆສາລະວັນ ໄດ້ລາຍງານໃຫ້ຊາບວ່າ: ການເປີດປີທ່ອງທ່ຽວລາວ 2018 ຢູ່ແຂວງສາລະວັນ ເປັນເຫດການທີ່ມີຄວາມໝາຍຄວາມສຳຄັນ ຊຶ່ງໄດ້ຕິດພັນກັບການເປີດຕະຫຼາດນັດ ແລະ ງານສະເຫຼີມສະຫຼອງ ຜົນສໍາເລັດການປະຕິສັງຂອນ ແລະ ງານສົມໂພດ ຫໍໄຕປີດົກຂອງວັດສີມຸງຄຸນ ຫຼື ເອີ້ນວ່າ “ຫໍໄຕກາງນ້ຳວັດກາງ” ແຂວງສາລະວັນ ໄດ້ເອົາໃຈໃສ່ພັດທະນາວຽກງານທ່ອງທ່ຽວ ໃນການສຳຫຼວດຊອກຄົ້ນແຫຼ່ງທ່ອງທ່ຽວ ທີ່ມີເງື່ອນໄຂ ແລະ ໄດ້ຂຶ້ນບັນຊີໄວ້ແລ້ວ ຈໍານວນ 96 ແຫ່ງ. ໃນນັ້ນ, ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ 53 ແຫ່ງ, ວັດທະນະທຳ 37 ແຫ່ງ, ປະຫວັດສາດ 6 ແຫ່ງ.
ພ້ອມນີ້, ກໍ່ໄດ້ຮັບການພັດທະນາແຫຼ່ງທ່ອງທ່ຽວ ແລ້ວຈຳນວນໜຶ່ງ, ໄດ້ນໍາເອົາ ຜະລິດຕະພັນ (ODOP), ສິນຄ້າກະສິກຳ ແລະ ຫັດຖະກຳ ຈາກຕົວແບບຕ່າງໆ ແລະ ວາງສະແດງຜະລິດຕະພັນທ່ອງທ່ຽວ ຈາກພາຍໃນແຂວງ ແລະ ຕ່າງແຂວງ ຈຳນວນ 26 ຮ້ານ, ມີການສະແດງສິລະປະວັນນະຄະດີ, ການປະກວດນາງສາວອາພອນສາລະວັນ, ການປະກວດນັກຮ້ອງສຽງດີ, ປະກວດໝໍລຳສຽງມ່ວນ, ຊົມການສະແດງຄອນເສີດ, ກາຍະສິນ, ຕີມວຍ, ການຈັດພົບປະຜູ້ປະກອບການທ່ອງທ່ຽວ, ການຈັບຄູ່ທຸລະກິດການທ່ອງທ່ຽວ, ການນຳທ່ຽວສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນ, ການແຮ່ພະໄຕປີດົກໜັງສືຜູກໃບລານ, ການສົມໂພດຫໍໄຕປີດົກ, ຕັກບາດ-ວຽນທຽນ ແລະ ພິທີສຳຄັນທາງສາສະໜາອື່ນໆ.
ໃນພິທີເປີດງານ, ທ່ານ ສີສຸວັນ ວົງຈອມສີ ກໍ່ໄດ້ຂໍເຊີນຊວນພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມຜະລິດ, ການສະໜອງ ແລະ ການບໍລິການດ້ານຕ່າງໆ ດ້ວຍຮອຍຍິ້ມ ແລະ ສຽງຫົວ ຂອງປະຊາຊົນຊາວແຂວງສາລະວັນ, ຮ່ວມໃຈກັນເປັນເຈົ້າພາບທີ່ດີ ປະກອບສ່ວນເຂົ້າໃນວຽກງານປີທ່ອງທ່ຽວ ເຮັດໃຫ້ນັກທ່ອງທ່ຽວມາທ່ຽວດ້ວຍຄວາມປະທັບໃຈ, ມີຄວາມປອດໄພ ແລະ ເບີກບານມ່ວນຊື່ນ ຄືກັບຢູ່ບ້ານເມືອງຂອງເພີ່ນເອງ ແລະ ຖືໂອກາດນີ້ ປະກາດເປີດພິທີສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ພ້ອມງານສະເຫຼີມສະຫຼອງ ຜົນສໍາເລັດ ການປະຕິສັງຂອນຫໍໄຕປີດົກວັດສີມຸງຄຸນ
Editor: ກຳປານາດ ລັດຖະເຮົ້າ