ໃນວັນທີ 4 ເມສາ 2018 ນີ້, ສະຖານເອກອັກຄະຣາຊທູດໄທ ປະຈໍາ ສປປ ລາວ ໄດ້ຈັດງານສະເຫລີມສະຫລອງ ບຸນສົງການໄທ-ປີໃຫມ່ລາວ ພສ 2561 ຂື້ນ ທີ່ສະຖານທູດໄທ ປະຈໍາ ນະຄອນຫລວງວຽງຈັນ ດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ເຕັມໄປດ້ວຍພາບບັນຍາກາດ ອັນແສນອົບອຸ່ນ. ຝ່າຍລາວ ໂດຍໄດ້ຮັບກຽດເຂົ້າຮ່ວມ ມີ ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ພ້ອມດ້ວຍພັນລະຍາ, ທ່ານ ຫຽມ ພົມມະຈັນ ປະທານສະມາຄົມມິດຕະພາບ ລາວ-ໄທ, ພ້ອມນີ້ຍັງມີບັນດາແຂກທີ່ສໍາຄັນ ເຂົ້າຮ່ວມຈໍານວນຫລວງຫລາຍ, ພິເສດຍັງມີຜູ້ວ່າຣາດຊະການ ແຂວງຫນອງຄາຍ, ຮອງຜູ້ວ່າຣາດຊະການ ແຂວງອຸດອນທານີ. ບັນດາແຂກ ຝ່າຍລາວ, ຝ່າຍໄທ, ຄະນະທູດ, ເຂົ້າຮ່ວມ ກິດຈະກໍາພາຍໃນງານ ສົງການໄທ-ປີໃຫມ່ລາວ ທີ່ຈັດຂື້ນທີ່ສະຖານທູດໄທ ຄັ້ງນີ້ ປະກອບດ້ວຍ ການບາສີສູ່ຂວັນ, ການຫົດນໍ້າຂໍພອນແກ່ຜູ້ໃຫຍ່, ການຫົດສົງນໍ້າພະພຸດທະຮູບ, ການສະແດງສິລະປະຮ່ວມ ລະຫວ່າງ ນັກສະແດງຈາກສະຖາບັນບັນດິດພັດທະນາສິນ ໂດຍການຮ່ວມມື ກັບມູນນິທິໄທ ກັບວິທະຍາໄລ ສີລະປະສຶກສາ ແຫ່ງ ສປປ ລາວ, ການວາງສະແດງຂໍ້ມູນການທ່ອງທ່ຽວ ລາວ 2018 ເພື່ອເປັນການສົ່ງເສີມການທ່ອງທ່ຽວລາວ ໄປພ້ອມກັບການທ່ອງທ່ຽວໄທ ທີ່ສອດຄ່ອງກັບແນວຄວາມຄິດ Two Countries. One Destination ຂອງໄທ.
ການຈັດງານ ບຸນປະເພນີສົງການໄທ-ປີໃຫມ່ລາວ ໃນປີນີ້ ດໍາເນີນໄປດ້ວຍບັນຍາກາດ ທີ່ເບີກບານມ່ວນຊື່ນ ມີສີສັນ ແລະ ໃນຂະນະດຽວກັນຍັງເປັນການຮັກສາໄວ້ ໃນທາງວັດທະນະທໍາ ປະເພນີທີ່ດີງາມ ທີ່ສອງຊາດ ລາວ-ໄທ ທີ່ສ່ອງແສງເຖິງຄວາມສາມັກຄີ ແລະ ຄວາມຮັກແພງ ລະຫວ່າງຊຸມຊົນ ລາວ-ໄທ.
Editor: ກຳປານາດ ລັດຖະເຮົ້າ