ການແຂ່ງຂັນ ແລະ ເຝິກຊ້ອມກິລາ-ວັນນະຄະດີຂອງໂຮງຮຽນ ມສ ຊຳໃຕ້ ເມືອງຊຳໃຕ້ ແຂວງຫົວພັນ, ໄດ້ເລີ່ມແຂ່ງຂັນ ມາແຕ່ວັນທີ 18 ຕຸລາ 2017 ເປັນຕົ້ນມາ, ຈົນເຖິງວັນທີ 28 ມີນາ 2018 ການແຂ່ງຂັນຈິ່ງໄດ້ຊີ້ນສຸດລົງ. ແລະ ໄດ້ຈັດພິທີ ສະຫຼຸບການແຂ່ງຂັນຢ່າງເປັນທາງການ. ໂດຍພາຍໃຕ້ການເຂົ້າຮ່ວມຂອງ ທ່ານ ສອນແກ້ວ ສິງທອງສຸກ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຊໍາໄຕ້, ມີ ທ່ານ ມາລີ ຫອມແສນເມືອງ ອຳນວຍການໂຮງຮຽນ ມສ ຊຳໃຕ້, ມີບັນດາ ແຂກທີ່ຖຶກເຊີນ, ພໍ່ແມ່ຜູ້ປົກຄອງນັກຮຽນ, ຕະຫຼອດຮອດຄູ ອາຈານ ແລະ ນ້ອງຫຼານນັກຮຽນແຕ່ມໍ1 ຮອດ ມໍ7 ເຂົ້າຮ່ວມຢ່າງຫຼວງຫຼາຍ.
ການແຂ່ງຂັນໄດ້ແຍກເປັນສອງລະບົບ: ມໍຕົ້ນ ແລະ ມໍປາຍ, ໃນນີ້ປະເພດກິລາປະກອບມີບານເຕະຍິງ-ຊາຍ, ບານສົ່ງຍິງ-ຊາຍ, ກະຕໍ້ຍິງ-ຊາຍ, ແລະ ກິລາໜ້າເກັກຊາຍ.
ສໍາລັບການແຂ່ງຂັນສິລະປະ-ວັນນະຄະດີ ປະກອບມີ ການແຂ່ງຂັນບົດຟ້ອນ, ຮອງເພັງ, ແລະ ຂັບ-ລຳ. ຜ່ານການແຂ່ງຂັນຊັ້ນ ມໍປາຍ ສາມາດຍາດໄດ້ລາງວັນທີ 1 ບານເຕາະຊາຍແມ່ນຫ້ອງ ມໍ7/3, ບານເຕາະຍິງ ມໍ 7/4, ບານສົງຊາຍ ມໍ6/6, ບານສົ່ງຍິງ ມໍ5/2, ກະຕໍ້ຊາຍ ມໍ7/5, ກະຕໍ້ຍິງ ມໍ 7/3, ແລະ ກິລາໜ້າເກັກໄດ້ແກ່ ມໍ6/1. ປະເພດບົດຟ້ອນໄດ້ແກ່ ມໍ6/2, ບົດເພັງ ມໍ 6/6 ແລະ ຂັບ-ລໍາ ມໍ7/1.
ຊັ້ນມໍຕົ້ນ ສາມາດຍາດລາງວັນທີ 1 ບານເຕາະຊາຍ ແມ່ນຫ້ອງ ມໍ4/1, ບານເຕາະຍິງ ມໍ 3/1, ກະຕໍ້ຊາຍ ມໍ4/3, ກະຕໍ້ຍິງ ມໍ 4/2, ກິລາໜ້າເກັກ ໄດ້ແກ່ ມໍ3/3. ປະເພດບົດຟ້ອນ ທີໄດ້ແກ່ ມໍ4/2, ບົດເພັງ ມໍ 3/3 ແລະ ຂັບ-ລຳ ມໍ2/1. ທັ້ງນີ້ເພື່ອເປັນການປະຕິບັດຕາມ 5 ຫຼັກມູນຂອງການສຶກສາ: ປັນຍາສຶກສາ, ຄຸນສົມບັດສຶກສາ, ພາລະສຶກສາ, ສິລະປະສຶກສາ ແລະ ແຮງານສຶສາ ໃຫ້ປະກົດຜົນເປັນຈິງ, ເຮັດນັກຮຽນຮັກ ແລະ ສົ່ງເສີມວັດທະນະທໍາ ອັນດີງາມຂອງຊາດ, ຂອງເຜົ່າ, ສາມາດຫຼີ້ນກິລາຫ່າງໄກຈາກຢາເສບຕິດ, ສ້າງກິດຈະກໍາໃຫ້ເຂົາເຈົ້າມີສຸຂະພາບແຂງແຮງ ແລະ ມີຄວາມສາມັກຄີເຊີ່ງກັນ ແລະ ກັນ.
Editor: ກຳປານາດ ລັດຖະເຮົ້າ