ແຂວງອັດຕະປື ເປັນອີກແຂວງໜຶ່ງໃນ 4 ແຂວງພາກໃຕ້ ແລະ ໃຕ້ສຸດຂອງປະເທດລາວເຮົາ ທີ່ອຸດົມ ສົມບູນໄປດ້ວຍຊັບໃນດິນ ສິນໃນນໍ້າ ແລະ ເປັນດິນແດນທີ່ມີຄວາມຫຼາກຫຼາຍທາງດ້ານທຳມະຊາດ ທັງພູຜາປ່າໄມ້ ແລະ ນໍ້າຕົກຕາດທີ່ມີຊື່ສຽງ. ປັດຈຸບັນສັງເກດເຫັນໄດ້ວ່າ: ມີນັກທ່ອງທ່ຽວຊາວຕ່າງປະເທດ ພາກັນລັ່ງໄຫຼເຂົ້າມາຊົມສະຖານທີ່ທ່ອງທ່ຽວຂອງປະເທດລາວເຮົານັບມື້ຫຼາຍຂຶ້ນ ບໍ່ວ່າຈະເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ, ວັດທະນະທໍາ ແລະ ປະຫວັດສາດ ທີ່ຍັງຢາຍຢູ່ແຕ່ເໜືອຮອດໃຕ້ ເຊິ່ງນັກທ່ອງທ່ຽວຊາວຕ່າງປະເທດ ໄດ້ໃຫ້ຄວາມສົນໃຈໃນເອກະລັກສະເພາະຂອງແຕ່ລະທ້ອງຖິ່ນ ທັງກິດຈຳກຳອັນເປັນທ່າແຮງໜຶ່ງ ທີ່ເປັນສິ່ງດຶງດູດນັກທ່ອງທ່ຽວມາທ່ຽວຊົມ. ຄຽງຄູ່ກັນນັ້ນ ແຂວງອັດຕະປື ເປັນແຂວງໜຶ່ງທີ່ມີນັກທ່ອງທ່ຽວໃຫ້ຄວາມສົນໃຈຫຼາຍ ເພາະເປັນແຂວງທີ່ມີເສດຖະກິດກຳລັງຂະຫຍາຍ ຕົວຂຶ້ນເລື້ອຍໆ ໂດຍສະເພາະ ແມ່ນວຽກງານການທ່ອງທ່ຽວ ທີ່ມີຫຼາຍຊົນເຜົ່າດຳລົງຊີວິດຢູ່ດ້ວຍກັນ ແລະ ມີສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈບໍ່ໜ້ອຍກວ່າແຂວງອື່ນໆ.
ສະຖານທີ່ທ່ອງທ່ຽວ ນໍ້າຕົກຕາດແຊພະ ເປັນອີກສະຖານທີ່ທ່ອງທ່ຽວທາງທໍາມະຊາດ ທີ່ມີຈຸດເດັ່ນສະເພາະ ແລະ ໜ້າອັດສະຈັນ ເຊິ່ງກຳເນີດເກີດຂຶ້ນໂດຍທຳມະຊາດ ຢູ່ເຂດເຊປຽນ ເມືອງສະໜາມໄຊ ຫ່າງຈາກເມືອງສາມັກຄີໄຊ ປະມານ 56 ກິໂລແມັດ. ກຳເນີດຈາກສາຍນ້ຳເຊປຽນ ຈຸດທີ່ຕັ້ງຢູ່ຕີນພູໂຄນ ນອນໃນປ່າຄັນຊົນ ຂອງປ່າສະຫງວນແຫ່ງຊາດເຊປຽນ, ມີຄວາມກວ້າງ 120 ແມັດ, ສູງປະມານ 23 ແມັດ. ເຊິ່ງເປັນຕາດທີ່ມີຄວາມສວຍງາມ ໂດຍບໍ່ມີໃຜປັ້ນແຕ່ງ ເປັນນໍ້າຕົກຕາດທີ່ເກີດຈາກທຳມະຊາດຢ່າງແທ້ຈິງ. ນໍ້າຕົກຕາດແຫ່ງນີ້ ເຕັມໄປດ້ວຍຕົ້ນໄມ້, ດອກໄມ້ປ່າ ແລະ ພືດພັນນາໆຊະນິດ ເໝາະສົມກັບການຍ່າງທ່ຽວຊົມທໍາມະຊາດ ແລະ ຫຼິ້ນນໍ້າທີ່ບໍລິສຸດ ເຊິ່ງຍາມຝົນນໍ້າຕົກຕາດແຫ່ງນີ້ ຈະມີຄວາມງາມເປັນພິເສດ ເພາະມີນໍ້າຫຼາຍ. ສະນັ້ນ ປີທ່ອງທ່ຽວລາວ 2018 ນີ ຈຶ່ງຖືເອົາໂອກາດນີ້ ໃຫ້ບັນດາທ່ານ ລວມໄປເຖິງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຫາໂອກາດໄປສໍາຜັດດ້ວຍຕາຂອງທ່ານເອງ.
Editor: ດາວໄຊ ສີວິໄລ