ໃນເມື່ອບໍ່ດົນນີ້ ຢູ່ທີ່ບ້ານປາກງາ ເມືອງໂພນໄຊ ແຂວງຫຼວງພະບາງ, ໄດ້ຈັດງານແຂ່ງຂັນຊ່ວງເຮືອປະເພນີ ເຊິ່ງໄດ້ຈັດຂຶ້ນທຸກໆປີ ໃນເດືອນເມສາ ໂດຍການເຂົ້າຮ່ວມຂອງທ່ານ ສີຈັນ ລັດສະໜີ ເຈົ້າເມືອງໆໂພນໄຊ, ທ່ານ ສາຍສະໜອນ ຄົມທະວົງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ, ມີການນໍາຂັ້ນແຂວງ,ຂັ້ນເມືອງ, ບັນດາເຈົ້າເມືອງ, ຮອງເຈົ້າເມືອງອ້ອມຂ້າງແຂວງ, ນັກທຸລະກິດ, ຜູ້ປະກອບການຕ່າງໆ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງເຂົ້າຮ່ວມ.
ທ່ານ ຈັນດີ ເຊັ່ງປໍຖໍ່ ນາຍບ້ານ-ບ້ານປາກງາເມືອງໂພນໄຊ ໄດ້ຜ່ານບົດສະຫຼຸບການກະກຽມຈັດງານແຂ່ງຂັນຊ່ວງເຮືອປະເພນີ ເປັນຕົ້ນ ແມ່ນການກະກຽມດ້ານເນື້ອໃນຕ່າງໆ, ບົດລາຍງານການແຂ່ງຂັນຊ່ວງເຮືອ, ກົດລະບຽບການຊ່ວງເຮືອ, ກະກຽມສະຖານທີ່, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ. ການແຂ່ງຂັນຊວ່ງເຮືອປີນີ້ ຊຶ່ງມີເຮືອເຂົ້າຮ່ວມ ທັງໜົດ 29 ລໍາ, ເຮືອເພດຍິງ 8 ລໍາ. ການຈັດງານແຂ່ງຂັນຊ່ວງເຮືອກໍ່ແມ່ນກິດຈະກໍາການທ່ອງທ່ຽວໜຶ່ງ ທີ່ຕິດພັນກັບການສົ່ງເສີມວັດທະນະທໍາ, ຮີດຄອງປະເພນີຂອງປະຊາຊົນລາວບັນດາເຜົ່າ, ເຊິ່ງປະຈຸບັນພັກ-ລັດໄດ້ເອົາໃຈໃສ່ພັດທະນາ, ສົ່ງເສີມ ແລະ ຖືເອົາກິດຈະກໍາດ້ານການທ່ອງທ່ຽວແບບປະຊາຊົນເປັນເຈົ້າການ, ເພື່ອຍູ້ແຮງ ແລະ ສຸມໃສ່ຊຸກຍູ້ສົ່ງເສີມວັດທະນະທໍາ, ທັງເປັນການພັດທະນາວຽກງານທ່ອງທ່ຽວຢູ່ເມືອງໂພນໄຊ ໃຫ້ສັງຄົມຮັບຮູ້ ແລະ ເຂົ້າມາທ່ຽວຊົມໃຫ້ຫຼາຍຂຶ້ນເລື້ອຍໆ. ຜ່ານການແຂ່ງຂັນຊ່ວງເຮືອອັນດຸເດືອດ ແລະ ມ່ວນຊື່ນເຫັນວ່າ: ອັນດັບທີ 1 ປີນີ້ ເຮືອເພດຊາຍ ໄດ້ແກ່ເຮືອ ກຸ່ມກະຕາງສະເລືອງ ພ້ອມດ້ວຍຂັນຄອງແຊ້ມ 1 ໜ່ວຍ, ຂັນເງິນ 1 ໜ່ວຍ ແລະ ເງິນສົດ ຈໍານວນ 3 ລ້ານກີບ, ອັນດັບທີ 2 ໄດ້ແກ່ເຮືອ ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍຂັນເງິນ 1 ໜ່ວຍ ແລະ ເງິນສົດ ຈໍານວນ 2 ລ້ານກີບ, ອັນດັບທີ 3 ໄດ້ແກ່ເຮືອ ຫ້ອງການສາທາລະນະສຸກເມືອງ ໄດ້ຮັບ ເງິນສົດ ຈໍານວນ 1 ລ້ານກີບ, ລາງວັນຊົມເຊີຍ ມີ 18 ລຳລາງວັນ, ລາງວັນລະ 800.000 ກີບ, ເຮືອເພດຍິງ ອັນດັບທີ 1 ໄດ້ແກ່ບ້ານປາກງາ ຂັນເງິນ 1 ໜ່ວຍ ແລະ ເງິນສົດ ຈໍານວນ 2 ລ້ານກີບ, ອັນດັບທີ 2 ໄດ້ແກ່ເຮືອ ບ້ານທ່າໂພ ຂັນເງິນ 1 ໜ່ວຍ ແລະ ເງິນສົດ ຈໍານວນ 1 ລ້ານກີບ, ອັນດັບທີ 3 ໄດ້ແກ່ເຮືອ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ເງິນສົດ ຈໍານວນ 1 ລ້ານກີບ, ລາງວັນຊົມເຊີຍມີ 5 ລໍາລາງວັນ ລາງວັນລະ 600.000 ກີບ ແລະ ເຮືອ ນາງດໍາ, ນາງດ່ອນ ລາງວັນລະ 500.000 ກີບ.
Editor: ນັກຂ່າວເມືອງໂພນໄຊ