ໃນວັນທີ່ 10 ເມສາ ທີ່ຜ່ານມາ ຢູ່ທີ່ເມືອງບົວລະພາ ແຂວງຄຳມ່ວນ ຄະນະບໍລິຫານງານຊາວໝຸ່ມ ເມືອງ ບົວລະພາ ໄດ້ຈັດພິທີ ສະເຫລີມສະຫລອງ ວັນສ້າງຕັ້ງ ຄະນະຊາວໝຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ (14 ເມສາ 1955-14 ເມສາ 2018) ໂດຍການເປັນປະທານຂອງທ່ານ ຄຳປອນ ກາລີແກ້ວດວງສອນ ປະທານແນວລາວສ້າງຊາດເມືອງ ທັງເປັນຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ມີຕາງໜ້າ ອົງການຈັດຕັ້ງມະຫາຊົນ, ນັກຮົບເກົ່າ ພ້ອມດ້ວຍ ສະມາຊິກຊາວໝຸ່ມ ໃນທົ່ວເມືອງ ເຂົ້າຮ່ວມ.
ໃນພິທີດັ່ງກ່າວ ທ່ານ ສົມບັດ ຂຽວລືເດດ ເລຂາຄະນະບໍລິຫານງານຊາວໝຸ່ມເມືອງ ໄດ້ເລົ່າມູນເຊື້ອ 63 ປີ ແຫ່ງການເຕີບໃຫ່ຍຂະຫຍາຍຕົວ ຂອງຄະນະຊາວໝຸ່ມ ປະຊາຊົນ ປະຕິວັດລາວ ພາຍໃຕ້ຮົ່ມທຸງພັກ ເຊິ່ງໄດ້ຍົກໃຫ້ເຫັນວິລະກຳທີ່ເປັນມູນເຊື້ອຂອງຊາວໝຸ່ມລາວ ໃນແຕ່ລະຍຸກ ແຕ່ລະສະໄໝ ທີ່ຕິດພັນກັບການເສຍສະຫລະອັນສູງສົ່ງເພື່ອປະເທດຊາດ ແລະ ປະຊາຊົນລາວ, ໃນພິທີຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການຜ່ານບົດລາຍງານຜົນການຈັດຕັ້ງປະຕິບັດວຽກງານ ຄະນະຊາວໝຸ່ມ ປະຊາຊົນປະຕິວັດລາວ ໃນໄລຍະຜ່ານມາຈົນເຖິງປະຈຸບັນ.
Editor: ນັກຂ່າວເມືອງບົວລະພາ