ສວນສະໜຸກ ໄດໂນເສົາ ອີສະບາຍ ຫຼື ສ່ວນອາຫານ-ກີລາ ແລະ ຣີສອດ ຫ້ວຍຂຸ່ມຄຳ, ບ້ານດຸງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໄດ້ເປີດໃຫ້ປະຊາຊົນທົ່ວໄປນໍາຄອບຄົວ ໄປທ່ຽວຊົມແລ້ວ. ຊຶ່ງທ່ານ ອາເຝີຍ ຜູ້ຈັດການ ສວນດັ່ງກ່າວໄດ້ໃຫ້ສຳພາດວ່າ: ບໍລິສັດ ອີສະບາຍ ໄດ້ເຂົ້າມາພັດທະນາຕົບແຕ່ງປັບປຸງເພີ່ມຕື່ມ ເຊິ່ງມີການຕົບແຕ່ງໄຟແສງສີ, ກິດຈະກໍາການຫຼິ້ນອື່ນໆ ລວມເຖິງເນລະມິດ ໂດຍນໍາເອົາໄດໂນເສົາ ຈຳລອງເໝືອນຈິງ ເກືອບ 20 ໂຕ ມາໄວ້ໃຫ້ລູກຫລານໄດ້ສຳພັດ ເພື່ອເປັນການສົ່ງເສີມການທ່ອງທ່ຽວໃນປີໃຫມ່ລາວ ພສ 2561 ນີ້.
ຈາກການ ສຳພາດ ທ່ານ ອາເຝີຍ ຜູ້ຈັດການສວນສະໜຸກ ໄດໂນເສົາ ອີສະບາຍ (Esabai) ບອກວ່າ: ສວນສະໜຸກ ໄດໂນເສົາ ຫຼື ສ່ວນອາຫານ-ກີລາ ແລະ ຣີສອດຫ້ວຍຂຸມຄຳ ນີ້ ຕົນເອງໄດ້ເຂົ້າມາ ສືບຕໍ່ພັດທະນາ ປັບປຸງເປັນແຫຼ່ງທ່ອງທ່ຽວ ຕາມຈຸດປະສົງ ເພື່ອໃຫ້ຊາວນະຄອນຫຼວງວຽງຈັນ ລວມທັງຊາວລາວທຸກເຂດແຂວງ ແລະ ຕ່າງປະເທດໄດ້ເຂົ້າມາທ່ຽວຊົມແຫຼ່ງທ່ອງທ່ຽວໃໝ່ ທີ່ມີຫຼາກຫຼາຍກິດຈະກຳຫຼິ້ນ ແລະ ທ່ຽວຊົມສິ່ງແປກຫູ, ແປກຕາ ແລະ ຕໍ່ໜ້າຍັງຄາດວ່າຈະໃຫ້ເປັນແຫຼ່ງທ່ຽວທ່ຽວທີ່ດີທີສຸດ ໃນ ສປປ ລາວ ນຳອິກ.
ສວນສະໜຸກ ໄດໂນເສົາ ອີສະບາຍ ຂອງເຮົາ ໄດ້ພັດທະນາມາ ໄດ້ 2 ເດືອນກວ່າ ນອກຈາກເສີມກິດຈະກຳ ແລະ ການບໍລິການ ທີ່ມີມາແຕ່ເກົ່າແລ້ວ ເຊັ່ນ: (ມີອາຫານລາວ, ອາຫານຕາມສັງ, ມີຕຶກເບັດ, ທີ່ພັກເຊົາ, ຫ້ອງຄາຣາໂອເກະ, ກິລາຕີບູນ, ຕີໄກ່ ແລະ ອື່ນໆ) ພວກເຮົາໄດ້ຕົບແຕ່ງເສີມ ສາກອຸມົງແສງໄຟທີ່ສວຍງາມ ໄວ້ໃຫ້ນັກທ່ອງທ່ຽວໄດ້ຖ່າຍຮູບ ພ້ອມນັ້ນ ຍັງມີກິລາຍິງປຶນ, ຂີ່ສະລິງ, ມີສະລາຍເດີນ້ຳ ສຳລັບເດັກນ້ອຍ ແລະ ຜູ້ໃຫຍ່ ພ້ອມແຂ່ງຂັນຊິງລາງວັນ, ພິເສດມີ ໄດໂນເສົາ ຈຳລອງເຫມືອນຈິງ ຫຼາຍສາຍພັນ ຈຳນວນ 18 ໂຕ ສ້າງຄວາມຕື່ນຕາຕື່ນໃຈໃຫ້ຜູ້ທ່ຽວຊົມ.
ທ່ານ ອາເຝີຍ ເວົ້າອີກວ່າ: ທຸກໆກິດຈະກຳທີ່ນຳສະເໜີ ເພື່ອຕ້ອນຮັບປີໃໝ່ລາວ ພສ 2561 ແລະ ປີທ່ອງທ່ຽວລາວ 2018 ແມ່ນສຳເລັດແລ້ວ ພ້ອມທີ່ເປີໃຫ້ບໍລິການທຸກວັນ ສະຖານທີ ສວນສະໜຸກ ໄດໂນເສົາ ອີສະບາຍ ຫຼື ຣີສອດ ຫ້ວຍຂຸມຄຳ ຕັ້ງຢູ່ ບ້ານດຸງ, (ທາງໄຟແດງນາຄວາຍ ເຂົ້າໄປ 100 ກວ່າເມັດ ຈະເຫັນປ້າຍ ສ່ວນອາຫານ-ກິລາ-ຣີສອດ ຫ້ວຍຂຸມຄຳ), ເມືອງໄຊທານີ, ນະຄອນຫຼວງວຽງຈັນເປີດບໍລິການທຸກມື້ ເປີດ 10:00-23:00ໂມງ.
Editor: ຕະວັນ ແສງສະຫວັນ