ຖໍ້າກອງລໍ: ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ ທີ່ມີຊື່ສຽງລະດັບແນວໜ້າຂອງໂລກ ຍ້ອນວ່າເປັນ ຖໍ້າທີ່ມີສາຍນໍ້າຫີນບູນ ໄຫຼຜ່ານອຸໂມງຂອງພູຫີນບູນເຂົ້າໄປ ແລ້ວປ່ອງໃສ່ແມ່ນໍ້າຂອງ. ຖໍ້າກອງລໍ ຕັ້ງຢູ່ລະຫວ່າງ ບ້ານນາຕານ ແລະ ບ້ານກອງລໍ, ເມືອງຄູນຄຳ ເຊິ່ງຫ່າງຈາກເມືອງ 46 ກິໂລແມັດ. ບັນດານັກທ່ອງທ່ຽວ ສາມາດເດີນທາງຈາກເສັ້ນທາງເລກທີ 13 ເຂົ້າໄປຕາມເສັ້ນທາງເລກ 8 ອາດຈະຮອດບ້ານຄູນຄໍາ ເຊິ່ງຫ່າງຈາກ ຖ້ໍາກອງລໍ 40 ກິໂລແມັດ. ຖໍ້າກອງລໍ ມີຄວາມຍາວປະມານ 7.500 ແມັດ, ເຊິ່ງມີຄວາມກ້ວາງປະມານ 30 ແມັດ ແລະ ສູງນັບແຕ່ 20 ແມັດຫາ 100 ແມັດ. ຖໍ້າກອງລໍ ເປັນຖໍ້າທີ່ສວຍງາມ ແລະ ມີສະເໜ່ດຶງດູດທີ່ສຸດ ເພາະທາງໃນຖໍ້າ ມີແກ້ງ, ຫີນຍ້ອຍ, ຫາດຊາຍ ທີ່ສວຍງາມຈຳນວນ 20 ກວ່າຈຸດ. ພາຍໃນຖໍ້ານັກທ່ອງທ່ຽວຈະມີຄວາມສຸກ ພາຍໃຕ້ບັນຍາກາດ “ພາຍໃຕ້ຄວາມສວຍງາມ”. ບົນເສັ້ນທາງພາຍໃນຖ້ຳມີຫີນຍ້ອຍ, ໂງ່ນຫີນ ແລະ ຫາດຊາຍຈຳນວນຫຼວງຫຼາຍອັນສວຍສົດງົດງາມເປັນທີ່ຈັບອົກຈັບໃຈທີ່ສຸດ. ຖໍ້າກອງລໍ-ນາຕານ ຖືກຄົ້ນພົບແຕ່ສະຕະວັດທີ XVI, ໃນຊຸມປີ 1960 ເລີ່ມນໍາໃຊ້ ເຮືອຫາງຍາວເປັນພາຫະນະເດີນທາງໄປ-ຜ່ານຖ້ໍາແຫ່ງນີ້ ຂອງຄົນທ້ອງຖິ່ນ. ການສໍາຫຼວດຢ່າງຈິງຈັງ ເປັນຄັ້ງທໍາອິດ ເລີ່ມໃນເດືອນກຸມພາ 1995 ແລະ ພົບວ່ານັກທ່ອງທ່ຽວສາມາດ ຂີ່ເຮືອຈັກຫາງຍາວແລ່ນລອດເຂົ້າຖໍ້າ ແລະ ຜ່ານອອກອີກດ້ານອື່ນ ເຊິ່ງຫຼຸດຜ່ອນເວລາໃນການສັນຈອນຈາກ 2 ຊົ່ວໂມງມາເປັນປະມານ 1 ຊົ່ວໂມງ. ບັນດານັກທ່ອງທ່ຽວສາມາດຂີ່ເຮືອລອດຜ່ານເຂົ້າໄປໃນຖໍ້າ ໄດ້ຕະຫຼອດ. ດ້ວຍເຫດນີ້, ອຸໂມງຂອງຖ້ຳນີ້ ຈຶ່ງເປັນເສັ້ນທາງການທ່ອງທ່ຽວທາງເຮືອ ໂດຍເກີດຂຶ້ນ ແລະ ຖືກນໍາໃຊ້ ທົ່ວໄປນັບແຕ່ວັນທີ 12 ມັງກອນ 2002 ເປັນຕົ້ນມາ. ປັດຈຸບັນນີ້ ອຸໂມງລອດຖໍ້າສາຍນີ້ ຈຶ່ງເປັນເສັ້ນທາງຄົມມະນະຄົມ ເຊື່ອມຕໍ່ລະຫວ່າງບ້ານກອງລໍ ຫາ ບ້ານນາຕານ. ຖໍ້າກອງລໍ ມີຄວາມໝາຍມາຈາກ “ກອງທັບລໍ” ບໍ່ແມ່ນ “ກອງຫຼໍ່” ຍ້ອນເຫດຜົນວ່າ ຄຳວ່າ “ກອງ” ມາຈາກ “ກອງທັບ” ສ່ວນ “ລໍ” ມາຈາກ “ລໍຖ້າ” ເມື່ອລວມເຂົ້າກັນຈຶ່ງເອີ້ນຖ້ຳກອງລໍ ຈົນເທົ່າທຸກວັນນີ້.
Editor: ດາວໄຊ ສີວິໄລ