ຕາດແຝກ ຕັ້ງຢູ່ບໍລິເວນເຂດບ້ານດ່ານ, ເມືອງລະມາມ ເຊິ່ງເປັນເມືອງເອກຂອງແຂວງເຊກອງ, ຢູ່ຫ່າງຈາກເທສະບານແຂວງ ປະມານ 18 ກິໂລແມັດ ແລະ ຫ່າງຈາກເສັ້ນທາງເລກທີ 16 ປະມານ 2 ກິໂລແມັດ; ແຕ່ກ່ອນຢູ່ບໍລິເວນເທິງຫົວຕາດ ແລະ ຢູ່ລຸ່ມກ້ອງຕາດດັ່ງກ່າວ ມີດອນປົກຄຸມຢູ່ທີ່ເຕັມໄປດ້ວຍຫຍ້າແຝກ ອັນເປັນທີ່ມາຂອງຊື່ຕາດແຝກ. ພໍມາຮອດປີ 1968 ເກີດມີໄພນໍ້າຖ້ວມ ຄັ້ງໃຫຍ່ຢູ່ເຂດນີ້ຈຶ່ງເຮັດໃຫ້ຫຍ້າແຝກ ດັ່ງກ່າວດັບສູນໄປ.
ຕາດແຝກ ມີລວງສູງປະມານ 10-15 ແມັດ, ລວງກວ້າງ 250 ແມັດ ໂດຍໄດ້ຖືກ ຄົ້ນພົບໃນ ປີ 1999 ແລະ ໄດ້ເລີ່ມນໍາໃຊ້ມາແຕ່ ປີ 2008 ເປັນຕົ້ນມາ. ທີ່ມາຂອງນໍ້າຕົກຕາດແຝກ ແມ່ນມາຈາກເຊນໍ້ານອງ (ເຊນ້ອຍ) ທີ່ໄຫລມາຈາກແຂວງ ອັດຕະປີ ແລະ ໄຫລຜ່ານຕະຫຼອດປີ ໂດຍບໍ່ມີວັນຈະເຫືອດແຫ້ງເປັນຈັກເທື່ອ. ຕາດແຝກເປັນສະຖານທີ່ໆເໝາະສົມ ໃຫ້ແກ່ການທ່ອງທ່ຽວທີ່ອຸດົມສົມບູນໄປດ້ວຍທິວທັດທໍາມະຊາດ, ຊີວະນາໆພັນ ເຊິ່ງລຽບສອງຝາກຟັ່ງແຄມນໍ້າ ແລະ ຕາດເຕັມໄປດ້ວຍປ່າໄມ້ ອັນດົກໜາຂຽວງາມອຸ່ມທຸ່ມ. ເມື່ອເຖິງຍາມແລງມາພະອາທິດໃກ້ຈະລັບຂອບຟ້າ ໄດ້ປະກາຍແສງສອດສ່ອງ ລົງມາຜ່ານໃບໄມ້ກາຍ ເປັນສີຄໍາເຫລຶ້ອມຍິບຍັບ, ສາຍລົມເຢັນໄດ້ພັດໂຊຍມາເປັນຮູດໆ, ສຽງນົກກົດມັນຮ້ອງດັງກ້ອງສົ່ງມາ, ສຽງໄກ່ປ່າມັນກໍຂັນຈັ້ນໆເອີ້ນຫາຄູ່ກັບຄອນ, ໜ້າອອນ ຊອນເມື່ອປະສານກັບ ສຽງນໍ້າຕົກຕາດດັງທາດໆຟັງແລ້ວມ່ວນຫູ, ສຽງງ່າໄມ້ມັນພັດຖູກັນ ຄ້າຍຄືສຽງສີຊໍດົນຕີພື້ນເມືອງລາວ ດັງວີວອນໆມາແຕ່ໄກເມື່ອຍາມລົງໄປນັ່ງຫລິ້ນຢູ່ໂງ່ນຫີນໃຕ້ຫົ່ມກໍໄຄ້ແຄມນໍ້າທີ່ກໍາລັງໄຫລຜ່ານ, ໜ້າຊະອອນທີ່ເຫັນນໍ້າສົດໃສ ແລະ ເຢັນດີມີຄວາມສຸກເມື່ອຊີວິດໄດ້ຜູກພັນຢູ່ ກັບທໍາມະຊາດ ແຫ່ງນີ້ເຮັດໃຫ້ຈິດໃຈ ເພີດເພີນໄປຈົນລືມອິດລືມເມື່ອຍ.
ຖ້າທ່ານໃດຫາກໄດ້ໄປແຂວງເຊກອງ ຢ່າລືມໄປທ່ຽວຊົມນໍ້າຕົກຕາດແຝກ, ເສັ້ນທາງເຂົ້າ-ອອກສະດວກສະບາຍ, ທ່ານກໍຈະໄດ້ເຫັນ ແລະ ໄດ້ສໍາພັດ ຕົວຈິງດ້ວຍຕົວຂອງທ່ານເອງ ວ່າສະຖານທີ່ແຫ່ງນີ້ຈະກາຍເປັນມົນສະເໜຜູກມັດຈິດໃຈ ໄວ້ບໍ່ຢາກພັດພາກຈາກໄປ ແລະ ບໍ່ມີວັນຈະຫຼົງລືມນໍ້າຕາດແຝກ ແຫ່ງນີ້ໄດ້ເລີຍ.
Editor: ດາວໄຊ ສີວິໄລ