ສະຫາຍ ນາງ ເພັດສະໄໝ ໄຊຍະພອນ ຮອງເລຂາໜ່ວຍຮາກຖານຊາວໜຸ່ມ ພະແນກພາຍໃນແຂວງວຽງຈັນ ໄດ້ໃຫ້ຮູ້ວ່າ ຄະນະໜ່ວຍຮາກຖານຊາວໜຸ່ມພະແນກພາຍແຂວງວຽງຈັນ ແມ່ນໜ່ວຍຮາກຖານຊາວໜຸ່ມໜຶ່ງ ທີ່ຂຶ້ນກັບການ ຊິ້ນຳ-ນຳພາຂອງຄະນະພັກພະແນກພາຍໃນ, ມີສາຍຕັ້ງຂຶ້ນກັບ ຄຊປປລ ແຂວງວຽງຈັນ ປະກອບມີຄະນະ 3 ສະຫາຍ, ຍິງ 1 ສະຫາຍ, ມີສະມາຊິກທັງໝົດ 17 ສະຫາຍ, ຍິງ 9 ສະຫາຍ ຜ່ານມາຄະນະໜ່ວຍໄດ້ຖືເອົາວຽກງານສຶກສາອົບຮົມ ການເມືອງ-ແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມດ້ວຍການເອົາໃຈໃສ່ເຊື່ອມຊຶມ,ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ກົດລະບຽບຂອງຊາວໜຸ່ມ ເຮັດໃຫ້ສະມາຊິກຊາວໜຸ່ມມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີສະຕິຕໍ່ການຈັດຕັ້ງ, ນອກ
ຈາກນີ້ ກໍ່ໄດ້ເອົາໃຈໃສ່ຊຸກຍູ້ສະມາຊິກໃຫ້ມີຄວາມບຸກ ບືນຝຶກຝົນຫຼໍ່ຫຼອມຕົນເອງ, ມັກຊອກຮູ້ຄົ້ນຄວ້າຮ່ຳຮຽນດ້ວຍການສ້າງເງື່ອນໄຂໃຫ້ໄດ້ຮັບການຍົກລະດັບຄວາມຮູ້ຄວາມ ສາມາດທາງດ້ານທິດສະດີກໍ່ຄືວຽກງານວິຊາສະເພາະ ເພື່ອໃຫ້ສົມຄູ່ກັບໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້, ຄຽງຄູ່ກັນນີ້ກໍ່ໄດ້ບໍາລຸງສ້າງພະນັກງານໜຸ່ມນ້ອຍ, ສະມາຊິກຊາວໜຸ່ມ ໂດຍຜ່ານການເຄື່ອນໄຫວວຽກງານຕົວຈິງກໍ່ຄືວຽກງານ ວິຊາສະເພາະ, ເລືອກເຟັ້ນພະນັກງານ, ສະມາຊິກດີເດັ່ນຮອບດ້ານ ໂດຍຜ່ານຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຂອງບັນດາອົງການຈັດຕັ້ງມະຫາຊົນ ໂດຍອີງໃສ່ຜົນງານການ ເຄື່ອນໄຫວຕົວຈິງ ແລະ ຜ່ານຂະບວນການຕ່າງໆໃນ 1 ປີຜ່ານມາ ແລະ ສາມາດປະເມີນຕີລາຄາມາດຖານໄດ້ເຖິງ 90% ຂຶ້ນໄປ ແລະ ສາມາດຮັບຮອງເປັນໜ່ວຍຮາກຖານ 4 ບຸກໃນຮອບ 2 ເຊິ່ງໄດ້ຈັດຂຶ້ນເມື່ອກາງເດືອນ ເມສາ 2018 ທີ່ຜ່ານມາທີ່ຫ້ອງປະຊຸມເບີ 2 ຫ້ອງວ່າການປົກຄອງແຂວງວຽງຈັນ,
ເປັນກຽດເຂົ້າຮ່ວມມີ ສະຫາຍ ສົມປະສົງ ສຸວົງຄຳຈັນ ກຳມະການພັກແຂວງ ຫົວໜ້າພະແນກພາຍໃນແຂວງວຽງຈັນ, ສະຫາຍ ນາງ ສຸກສະຫວັນ ພະຈອມພົນ ຮອງປະທານສະຫະພັນແມ່ຍີງແຂວງ ແລະ ສະຫາຍ ນາງ ອິນມະສອນ ສຸທຳມະວົງ ຮອງເລຂາພັກ ຮອງເລຂາຄະນະບໍລິ ຫານງານຊາວໜຸ່ມແຂວງ, ມີແຂກເຊີນ, ພະແນກການ, ພ້ອມດ້ວຍສະມາຊີກ 3 ໜ່ວຍອົງການຈັດຕັ້ງມະຫາຊົນຂອງພະແນກ ພາຍໃນ ເຂົ້າຮ່ວມ 40 ສະຫາຍ ຍີງ 17 ສະຫາຍ.
Editor: ແຂວງວຽງຈັນ