ໃນວັນທີ 28 ເມສາ 2018 ນີ້, ອໍານາດການປົກເມືອງດາກຈຶງ ແຂວງເຊກອງ ໄດ້ຈັດງານສະເຫລີມສະຫລອງເປີດປີທ່ອງທ່ຽວລາວ 2018 ຕິດພັນກັບງານບຸນຊ່ວງເຮືອແພປະເພນີຢ່າງຄຶກຄື້ນມ່ວນຊື່ນໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ, ທ່ານ ໄລສວນ ມິດສຸວັນ ເຈົ້າເມືອງດາກຈຶງ ພ້ອມບັນດາເຈົ້າແຂວງ, ຮອງເຈົ້າແຂວງ ແລະ ພໍ່ແມ່ປະຊາຊົນພາຍໃນ-ອອ້ມຂ້າງແຂວງເຂົ້າຮ່ວມຢ່າງຫນາແຫນ້ນ.
ທ່ານ ໄລສວນ ມິດສຸວັນ ເຈົ້າເມືອງດາກຈຶງ ໄດ້ໃຫ້ສໍາພາດວ່າ: ເມືອງດາກຈຶງ ມີປະຊາກອນທັງຫມົດ 24.000 ກວ່າຄົນ ປະກອບມີ 4 ຊົນເຜົ່າໃຫຍ່ ຄື: ຕະລຽງກວມ 60%, ແຍະ 21 % , ກະຕູ 16% ແລະ ລາວ 2%; ເມືອງດາກຈຶງ ຕັ້ງຢູ່ທິດຕາເວັນອອກຂອງແຂວງ ຫ່າງຈາກເທສະບານແຂວງ 99 ກິໂລແມັດ, ມີເນື້ອທີ່ ທັງຫມົດ 373.220 ເຮັກຕາ, ເປັນເຂດພູດອຍກວມເອົາ 80%, ພູພຽງ 15% ແລະ ທົ່ງພຽງ 5% ເຊິ່ງທິດເຫນືອຕິດກັບເມືອງກາລຶມ ,ທິດໃຕ້ຕິດກັບເມືອງຊານໄຊ ແຂວງອັດຕະປື, ທິດຕາເວັນອອກຕິດກັບເມືອງນາມຢາງ, ເມືອງໄຕຢາງ ແຂວງກວາງນາມ ແລະ ເມືອງດາກໄລ ແຂວງກອນຕູມ ສສ ຫວຽດນາມ, ມີອາກາດຫນາວເຢັນ, ຫມອກປົກຄຸມ ແລະ ຝົນຝອຍຕະຫລອດປີ, ປະລິມານນໍ້າຝົນ 2000-2500 ມມ/ປີ,ລະດັບສູງຈາກຫນ້ານໍ້າທະເລປະມານ 1.200 ແມັດ.
ເມືອງດາກຈຶງ ມີແຫລ່ງທ່ອງທ່ຽວທໍາມະຊາດ 14 ແຫ່ງຄື: ທົ່ງສາດ, ທົ່ງນຶມ, ນໍ້າຕົກຕາດໂອກ, ນໍ້າຕົກຕາດຈາມົວ, ພູສູງກອງກີງ ແລະ ອື່ນໆ; ແຫລ່ງທອ່ງທ່ຽວປະຫວັດສາດ 7 ແຫ່ງຄື: ສໍານັກງານ ເຮັດວຽກຂອງທ່ານ ຄໍາໄຕ ສີພັນດອນ ອະດີດປະທານປະເທດ, ເສັ້ນທາງໂຮ່ຈີ່ມິນ, ຖໍ້າພູຊ້າງ, ທົ່ງເຫັລກ, ຄ້າຍຈາວານ, ຖໍ້າງູເຫລືອມ ແລະ ອື່ນໆ ;ແຫລ່ງທ່ອງທ່ຽວດ້ານວັດທະນະທໍາ ຄື: ບຸນປະຈໍາປີຂອງແຕ່ລະບ້ານ, ບຸນຊ່ວງເຮືອແພປະເພນີ, ເຮືອນຊົນເຜົ່າ, ຕໍ່າແພ, ຕີເຫລັກ,ຈັກສານ ແລະ ແຫລ່ງທ່ອງທ່ຽວກະສິກໍາ ຄື: ສວນກາເຟ, ປູກໂສມ ແລະ ປູກຜັກປອດສານພິດອື່ນໆ.
ແນວໃດກໍດີ ທ່ານ ເຈົ້າເມືອງຍັງກ່າວຕື່ມອີກວ່າສໍາລັບປີ 2017 ຜ່ານມາມີນັກທ່ອງທ່ຽວພາຍໃນ-ຕ່າງປະເທດເຂົ້າມາຢ້ຽມຢາມແຂວງທັງຫມົດ 3.000 ເທື່ອກວ່າຄົນ ໂດຍສ່ວນໃຫຍ່ແມ່ນນັກທ່ອງທ່ຽວອາຊຽນ ແລະ ຢູໂຣບ ແລະ ຄາດວ່າພາຍໃນປີ 2018 ຕັ້ງເປົ້າຫມາຍດຶງດູດນັກທອ່ງທ່ຽວໃຫ້ເພີ່ມຂຶ້ນປະມານ 9.000 ເທື່ອກວ່າຄົນ.
Editor: ແຂວງເຊກອງ