ບ້ານຫ້ວຍຫູນ ຕັ້ງຢູ່ເມືອງເລົ່າງາມ ແຄມທາງເລກ 20 ສາລະວັນ-ປາກເຊ ແລະ ຫ່າງຈາກເທດສະບານເມືອງເລົ່າງາມ 10 ກິໂລແມັດ. ບ້ານຫ້ວຍຫູນ ແມ່ນໄດ້ຍົກຍ້າຍຖິ່ນຖານ ມາຈາກທິດຕາເວັນອອກ (ປັດຈຸບັນແມ່ນເປັນແຂວງເຊກອງ) ມາຈາກບ້ານ ປຣະລຸ, ມາຕັ້ງຖິ່ນຖານຢູ່ ບ້ານຫ້ວຍຫູນໃຕ້ ໃນປີ 1976. ໂດຍການນໍາພາຂອງນາຍບ້ານ ທ່ານ ຄຳໃບ (ການຍົກຍ້າຍ ແມ່ນມີ ສອງ ໄລຍະ ຄື: ສະໄໝປົດປ່ອຍໃໝ່ ແລະ ສະ ໄໝແບ່ງແຂວງສາລະວັນ ອອກເປັນ ແຂວງເຊກອງ) ເຊິ່ງປະຊາຊົນ ພາຍໃນບ້ານ ແມ່ນຊົນ ເຜົ່າກະຕູ ທີ່ມີພາສາປາກເວົ້າ ແລະ ການນຸ່ງຖື ທີ່ເປັນເອກະລັກ.
ສຳລັບ ດ້ານວັດທະນະທຳ ແລະ ຮີດຄອງປະເພນີ ປະຊາຊົນ ນັບຖືສາສະໜາຜີ ມາແຕ່ (ບັນທະບູລຸດ) ແລະ ສິ່ງໜຶ່ງທີ່ເປັນເອກະລັກ ພາຍໃນບ້ານ ແມ່ນການ ມີໂລງສົບ ໄວ້ໃນແຕ່ລະເຮືອນ ແລະ ສຳລັບ ດ້ານຫັດຖະກຳ ປະຊາຊົນ ເຜົ່າກະຕູ ມີສີມືໃນການຕໍ່າແຜ່ນແພ ມາຕັ້ງແຕ່ບູຮານນະການ, ມີເອກລັກ ແລະ ມີຄວາມສວຍງາມ. ສະເພາະໃນດ້ານເຕັກນິກ ແລະ ລວດລາຍ ໂດຍໄດ້ດ້ານຊື່ສຽງເປັນເອກະລັກມາຈົນເທົ່າທຸກວັນນີ້.
Editor: ດາວໄຊ ສີວິໄລ