ແຂວງຫົວພັນ ເປັນແຂວງທີ່ຕັ້ງຢູ່ເຂດພູດອຍ ຊຶ່ງຕັ້ງຢູ່ທາງທິດຕະເວັນອອກສ່ຽງໃຕ້ຂອງ ສປປ ລາວ. ແຂວງຫົວພັນ ເປັນແຂວງທີ່ມີສະພາບແວດລ້ອມທາງທຳມະຊາດທີ່ສວຍສົດງົດງາມໄປດ້ວຍທີວທັດທຳມະຊາດ ເຊັ່ນ: ພູ, ແມ່ນ້ຳ, ນ້ຳຕົກຕາດ, ປ່າໄມ້, ຖ້ຳປະຫວັດສາດ, ຫີນຕັ້ງ ແລະ ອື່ນໆ.
ແຂວງຫົວພັນ ມີເນື້ອທີ່ 16.500 ຕາຕະລາງກິໂລແມັດ ແລະ ມີປະມານ 27 ຊົນເຜົ່າທີ່ອາໄສຢູ່ ແຂວງຫົວພັນມີ 10 ເມືອງ ເຊັ່ນ: ເມືອງຊຳເໜືອ, ເມືອງຊຽງຄໍ້, ເມືອງຮ້ຽມ, ເມືອງວຽງໄຊ, ເມືອງຫົວເມືອງ, ເມືອງຊຳໃຕ້, ເມືອງກັວນ, ເມືອງສົບເບົາ, ເມືອງແອດ ແລະ ເມືອງຊ່ອນ.
ປັດຈຸບັນ ແຂວງຫົວພັນ ມີແຫຼງທ່ອງທ່ຽວຫຼາຍແຫ່ງທີ່ໄດ້ເປີດບໍລິການ, ຄຽງຄູ່ກັບສິ່ງຮອງຮັບນັບມື້ນັບເພື່ມຂຶ້ນ ໃນຂະນະທີ່ຕົວເລກການທ່ອງທ່ຽວຢູ່ແຂວງໄດ້ມີການເພີ່ມຂຶ້ນເປັນລະດັບ ເຊິ່ງເວລາໄປເຖິງແຂວງຫົວພັນ ມີອີກສະຖານທີ່ໜຶ່ງທີ່ຄວນສຳຜັດດ້ວຍຕົວເອງ ນັ້ນກໍ່ຄື: ບໍ່ນໍ້າຮ້ອນ ເມືອງຮ້ຽມ, ບໍ່ນໍ້າຮ້ອນ ຕັ້ງຢູ່ບ້ານສໍາພັນທອງ ເຊິ່ງຫ່າງຈາກເທດສະບານ ເມືອງຮ້ຽມ 2 ກິໂລແມັດ. ເປັນແຫຼ່ງທ່ອງທ່ຽວບໍ່ນ້ຳຮ້ອນ ທີ່ເກີດຈາກທຳມະຊາດ ທີ່ມີຄວາມຮ້ອນເຖິງ 90 ອົງສາ, ຈຸດທີ່ຮ້ອນທີ່ສຸດຂອງນໍ້າ ແມ່ນນ້ຳຈະຟົດ ແລະ ມີອາຍຄັວນຢູ່ຕະຫຼອດເວລາ. ການໄປເຖິງບໍ່ນໍ້າຮ້ອນ ແມ່ນມີຄວາມສະດວກສະບາຍ ໂດຍມີທາງລົດເຂົ້າເຖິງ ບໍລິເວນບໍ່ນໍ້າຮ້ອນ, ມີບ່ອນຈອດລົດ, ມີເຮືອນຂາຍປີ້, ມີອ່າງອາບ-ແຊ່ ສຳລັບນັກທ່ອງທ່ຽວ ແລະ ມີບ່ອນອາບສຳລັບຊາວບ້ານ. ປັດຈຸບັນແຂວງຫົວພັນມີແຫຼ່ງທ່ອງທ່ຽວທັງໝົດ 152 ແຫ່ງ, ໃນນີ້ ມີແຫຼ່ງທ່ອງທ່ຽວທາງທໍາມະຊາດ 51 ແຫ່ງ, ແຫຼ່ງທ່ອງທ່ຽວວັດທະນະທໍາ 35 ແຫ່ງ ແລະ ແຫຼ່ງທ່ອງທ່ຽວປະຫວັດສາດ 66 ແຫ່ງ ແລະ ສາມາດທີ່ຈະທ່ຽວຊົມໄດ້.
Editor: ດາວໄຊ ສີວິໄລ