ຕາມການລາຍງານຂອງ ສຳນັກຂ່າວສານປະເທດລາວໃຫ້ຮູ້ວ່າ: ລັດຖະບານລາວ ກໍຄືອຳນາດການປົກຄອງ ແຂວງອັດຕະປື ໄດ້ອະນຸຍາດໃຫ້ກອງທັບປະຊາຊົນລາວ ຮ່ວມມືກັບ ຊ່ຽວຊານ ຈາກ ປະເທດຣັດເຊຍ ລົງສຳຫລວດພື້ນນ້ຳໜອງຟ້າ ຢູ່ເມືອງຊານໄຊ ແຂວງອັດຕະປື ເພື່ອຄົ້ນຫາຊັບພະຍາກອນປິດສະໜາ ຢູ່ໜອງດັ່ງກ່າວ. ທັງນີ້, ເນື່ອງຈາກວ່າ ຈະມີການພັດທະນາໜອງແຫ່ງນີ້ ໃຫ້ເປັນແຫລ່ງທ່ອງທ່ຽວ ທາງທຳມະຊາດທີ່ສວຍງາມ ອີກແຫ່ງໜຶ່ງ ຢູ່ແຂວງອັດຕະປື.
ທ່ານ ນາງ ບຸນນານ ບຸນນະແສງ, ຫົວໜ້າ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງອັດຕະປື ໃຫ້ຮູ້ວ່າ: ຜ່ານການສຳຫລວດຕົວຈິງ ບັນດາຊ່ຽວຊານ ຢັ້ງຢືນວ່າ ມີຄວາມເລິກ 75 ແມັດ, ທາງຂ້າງອ້ອມຮອບໜອງໄດ້ພົບຫີນ ເປັນລັກສະນະຫລາຍຊັ້ນ ແລະ ຢູ່ພື້ນນ້ຳ ໄດ້ພົບສະເກັດຫີນ ເປັນສີນ້ຳຕານ ຫລື ສີເຜົາໄໝ້, ຈາກການເບິ່ງດ້ວຍຕາເປົ່າ ອາດແມ່ນກ້ອນຫີນທີ່ໄດ້ຜ່ານການເຜົາໄໝ້ ຈາກພູໄຟລະເບີດ ໃນຫລາຍຮ້ອຍປີກ່ອນ ແລະ ມີຈຳນວນຫລວງຫລາຍຢູ່ເຕັມພື້ນໜອງ, ແຕ່ບໍ່ພົບສິ່ງແປກປະລາດອື່ນໆ ດັ່ງທີ່ປະຊາຊົນຄິດ ແລະ ສັນນິຖານກັນໄວ້ໃນອະດີດ. ການລົງສຳຫລວດໜອງຟ້າຄັ້ງນີ້, ໄດ້ຢືນຢັນທາງວິທະຍາສາດ ເບື້ອງຕົ້ນວ່າ ບໍ່ມີສິ່ງປິດສະໜາຢູ່ໃນໜອງແຫ່ງນີ້, ເປັນໜອງທຳມະຊາດ ທີ່ສວຍງາມເທົ່ານັ້ນ ແລະ ມີຄວາມເປັນໄປໄດ້ ໃນການພັດທະນາ ເປັນແຫລ່ງທ່ອງທ່ຽວ ທຳມະຊາດແບບອານຸລັກສິ່ງແວດລ້ອມ, ເຊິ່ງສອດຄ່ອງ ກັບແຜນແມ່ບົດການພັດທະນາວຽກງານທ່ອງທ່ຽວຂອງແຂວງ. ດັ່ງນັ້ນ, ເຊີນຊວນໃຫ້ນັກລົງທຶນ ຫລື ຜູ້ປະກອບການ ສາມາດເຂົ້າມາມີສ່ວນຮ່ວມ ໃນການພັດທະນາໜອງຟ້າ ເພື່ອດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວແຂວງ ອັດຕະປືຫລາຍຂຶ້ນ.
ໜອງຟ້າ ຕັ້ງຢູ່ຫ່າງຈາກເທດສະບານ ແຂວງອັດຕະປື ປະມານ 178 ກິໂລແມັດ, ເປັນໜອງທີ່ເກີດຈາກທຳມະຊາດ ຢູ່ເທິງພູສູງ ເຂດເມືອງຊານໄຊ ໃກ້ກັບຊາຍແດນປະເທດຫວຽດນາມ, ກວ້າງປະມານ 1 ກິໂລແມັດມົນທົນ ທີ່ຍັງລໍຄອຍການມາຢ້ຽມຢາມຂອງນັກທ່ອງທ່ຽວ, ໜອງແຫ່ງນີ້ ຜ່ານມາສັນນິຖານກັນວ່າ ອາດເກີດຍ້ອນພູໄຟເກົ່າລະເບີດ ຫລື ຖືກອຸກະບາດຕຳໂລກ ທີ່ຍັງບໍ່ທັນມີການພິສູດໄດ້. ສະເພາະ ລະດູແລ້ງ ການເດີນທາງໄປສູ່ໜອງຟ້າ ແມ່ນສະດວກສະບາຍສົມຄວນ, ນັກທຸລະກິດ, ນັກທ່ອງທ່ຽວ ແລະ ອື່ນໆ ທີ່ໄດ້ມີໂອກາດ ໄປແຂວງອັດຕະປື ລອງຫາເວລາໄປແວ່ຊົມ ຄວາມງາມ ແບບທຳມະຊາດຂອງໜອງຟ້າດ້ວຍ.
Editor: ຂ່າວສານປະເທດລາວ