ງານບຸນປະເພນີ ບຸນບັ້ງໄຟ ຂອງຊາວບ້ານນາໂພໃຕ້ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຈັດຂື້ນວັນທີ 5- 6 ພຶດສະພາ 2018 ຜ່ານມາ ມື້ທາງລາຍການກໍ່ເລີຍເກັບພາບບັນຍາກາດມາຕ້ອນ. ເຂົ້າຮ່ວມໂດຍມີ ອົງການປົກຄອງບ້ານ ,ບັນດາການຈັດຕັ້ງທຸກພາກສ່ວນຂອງບ້ານ, ຜູ້ຊົ່ງຄຸນວຸດທິຂອງບ້ານ, ນັກທຸລະກິດ, ຫ້າງຮ້ານ, ພໍ່ແມ່ປະຊາຊົນພາຍໃນບ້ານ ມີບັນດາທີມງານບັ້ງໄຟຈາກບ້ານໃກ້ ແລະ ໃກ ທັງພາຍໃນເມືອງ ແລະ ຕ່າງເມືອງເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນການຈັດງານບຸນບັ້ງໄຟປີນີ້ ກໍ່ຄືກັບທຸກໆປີ ທີ່ຊາວບ້ານນາໂພໃຕ້ ໄດ້ພ້ອມກັນຈັດຂື້ນເພື່ອເປັນການອະນຸລັກຮັກສາ ຮິດຄອງປະເພນີ ທີ່ສືບທອດກັນມາແຕ່ດົນນານ ໃຫ້ຄົນລຸນຫຼ້ງໄດ້ຮູ້ເຖິງປະເພນີອັນດີງາມ ທີ່ສືບທອດກັນມາ ແນ່ໃສ່ເພື່ອເປັນຮັດແໜ້ນຄວາມສາມັກຄີ ລະຫວ່າງ ບ້ານຕໍ່ບ້ານ ກໍ່ຄືພໍ່ແມ່ປະຊາຊົນພາຍໃນບ້ານ ພ້ອມນີ້ຍັງເປັນການປະຕິບັດຕາມຄວາມເຊື່ອຖືຂອງຄົນສະໄໝກ່ອນ ຈູດບັ້ງໄຟ ເປັນການ ບູຊາຖະຫວາຍພະຍາແທນ ເພື່ອຂໍຝົນໃຫ້ມີຝົນຫຼາຍ ເພື່ອທຳການຜະລິດ ໃຫ້ຜົນຜະລິດມີຄວາມອຸດົມສົມບູນດີ.
ທ່ານ ນາງ ແກ້ວມະນີ້ ພູມິນ ນາຍບ້ານໆນາໂພໃຕ້ ໃຫ້ຮູ້ວ່າ: ໃນການຈັດງານປີນີ້ກໍ່ໄດ້ຮັບການຮ່ວມມື ຈາກບັນດາພາກສ່ວນຕ່າງໆທັງພາຍໃນບ້ານ ແລະ ບ້ານອ້ອມຂ້າງໄດ້ເປັນຢ່າງດີ ສະແດງອອກ ໄດ້ມີບັ້ງໄຟເຂົ້າຮ່ວມທັງໝົດ 115 ບັ້ງ, ໃນນີ້ມີ ບັ້ງໄຟລ້ານ 1 ບັ້ງ, ບັ້ງໄຟແສນ 15 ບັ້ງ ບັ້ງໄຟຂະໜາດນ້ອຍ 99 ບັ້ງ
ງານບຸນປີນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນມ່ວນຊື່ນ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ພ້ອມທັງປິດລົງດ້ວຍຜົນສຳເລັດຢ່າງຈົບງາມ.
Editor: ນັກຂ່າວເມືອງໂພນໂຮງ