ແຂວງສະຫວັນນະເຂດ ດິນແດນທີ່ຕັ້ງຢູ່ພາກກາງຂອງ ສປປ ລາວ ເປັນດິນແດນ ທີ່ມີປະຫວັດສາດ, ວັດທະນະທຳ ຮີດຄອງປະເພນີ ອັນເກົ່າແກ່ ທີ່ມີມາຊ້ານານອີກແຂວງຫນຶ່ງຂອງລາວ ເປັນແຂວງທີ່ມີຊາຍແດນຕິດຈອດກັບບັນດາແຂວງ ແລະ ຕ່າງປະເທດ. ຊຶ່ງເປັນທ່າແຮງອີກດ້ານຫນຶ່ງໃນການດຶງດູດການທ່ອງທ່ຽວຂອງແຂວງ.
ເມື່ອເວົ້າເຖິງ ພະທາດອີງຮັງ ກໍ່ເປັນອີກສະຖານທີທາງວັດທະນາທຳ ທີ່ໄດ້ກາຍເປັນສະຖານທີ່ໆມີຄຸນຄ່າທາງດ້ານຈິດໃຈຂອງຊາວພຸດທັງຫຼາຍ ກໍ່ຄືຊາວແຂວງສະຫວັນນະເຂດ. ພະທາດອີງຮັງ ແມ່ນຕັ້ງຢູ່ ບ້ານທາດ ເຊິ່ງໄລຍະຫ່າງ ຈາກເທດສະບານເມືອງ ເຂົ້າໄປປະມານ 15 ກິໂລແມັດ. ເປັນເຈດີ ທີ່ບັນຈຸກະດູກສັນຫຼັງ ຂອງພະພຸດທະເຈົ້າ ເປັນມໍລະດົກຂອງຊາດ, ເປັນພະທາດທີ່ສັກສິດ ແລະ ເປັນທີ່ສັກກະລະບູຊາ ຂອງຊາວພຸດລາວ.
ພະທາດລູກນີ້ສ້າງຂຶ້ນ ປະມານປີ ພສ 500 ເຊິ່ງນໍາພາໂດຍ ພະເຈົ້າສຸມິດຕະທໍາ ຜູ້ປົກຄອງເມືອງມະຣຸກຂະນະຄອນ (ອານາຈັກສີໂຄດຕະບູນ) ເພື່ອເປັນອະນຸສອນວ່າ ຄັ້ງໜຶ່ງ ພະພຸດທະເຈົ້າ ໄດ້ສະເດັດມາໂຜດສັດ ໃນດິນແດນສຸວັນນະພູມ ແລະ ໄດ້ນັ່ງສັນເຂົ້າອີງຕົ້ນໄມ້ຮັງ ຈຶ່ງໄດ້ຊື່ວ່າ: “ທາດອີງຮັງ”, ພະທາດລູກນີ້ ໃນເບື້ອງຕົ້ນ ເປັນພະທາດນ້ອຍມີ 4 ລ່ຽມ, ໃນປີ ຄສ 1548, ພະເຈົ້າໄຊຍະເສດຖາທິລາດ ແຫ່ງອານາຈັກລ້ານຊ້າງ ໄດ້ນໍາພາປະຕິສັງຂອນໃຫ້ເປັນແບບ ສີລະປະລ້ານຊ້າງ. ພະທາດລູກນີ້ ກວ້າງ 9 ແມັດ, ແລະ ສູງ 25 ແມັດ, ເຊິ່ງຍອດພະທາດຈະມີລັກສະນະຄືກັບ ດອກບົວຈູມ.
ທຸກໆປີຈະມີງານສະເຫຼີມສະຫຼອງ ເພື່ອສັກກະລະບູຊາ ເຖິງ ພະພຸດທະເຈົ້າ ແລະ ຜູ້ທີ່ສ້າງພະທາດ.
Editor: ດາວໄຊ ສີວິໄລ