ທ້າຍເດືອນເມສາ 2018 ຜ່ານມານີ້, ອໍານາດການປົກເມືອງດາກຈຶງ, ແຂວງເຊກອງ ໄດ້ຈັດງານສະເຫລີມສະຫລອງເປີດປີທ່ອງທ່ຽວລາວ 2018 ຕິດພັນກັບງານບຸນຊ່ວງເຮືອເເພ ປະເພນີ ຢ່າງຄຶກຄື້ນມ່ວນຊື່ນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ, ພ້ອມດ້ວຍ ທ່ານ ໄລສວນ ມິດສຸວັນ ເຈົ້າເມືອງໆດາກຈຶງ ພ້ອມບັນດາເຈົ້າແຂວງ, ຮອງເຈົ້າແຂວງ ແລະ ພໍ່ແມ່ປະຊາຊົນພາຍໃນ-ອອ້ມຂ້າງແຂວງເຂົ້າຮ່ວມຢ່າງພ້ອມພຽງ
ງານເປີດປີທ່ອງທ່ຽວຄັ້ງນີ້ ໄດ້ມີການແຫ່ຂະບວນກ້ອນກໍາລັງບັນດາຊົນເຜົ່າ, ສະແດງສິລະປະພື້ນເມືອງ, ບຸນປະເພນີຊ່ວງເຮືອແພ, ແຂ່ງຂັນກິລາພື້ນເມືອງ, ວາງສະແດງສິນຄ້າພື້ນເມືອງ ແລະ ຜະລິດຕະພັນກະສິກໍາປອດສານພິດ, ປະກວດອາຫານພື້ນເມືອງ ແລະ ອື່ນໆ ເຊິ່ງງານດັ່ງກ່າວໄດ້ດໍາເນີນນັບແຕ່ວັນທີ 25-30 ເມສາ 2018 ຜ່ານມາ ແລະ ມີຜູ້ເຂົ້າຮ່ວມທັງຫມົດ 1.000 ກວ່າຄົນ.
ການແຂ່ງຂັນກິລາເຮືອຊ່ວງປະເພນີ ປະຈໍາປີ ຢູ່ເມືອງດາກຈຶງ, ແຂວງເຊກອງ ໄດ້ຈັດຂື້ນໃນວັນທີ 29 ເມສາ 2018 ໂດຍມີ ທ່ານ ໄລສວນ ມິດສຸວັນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງດາກຈຶງ, ມີການນໍາຂັ້ນແຂວງ ແລະ ຂັ້ນເມືອງ, ແຂກພາຍໃນ ແລະ ຕ່າງປະເທດ ຕະລອດຮອດມວນຊົນຊາວເມືອງດາກຈຶງ ເຂົ້າຮ່ວມຊົມຮ່ວມເຊຍຄຶກຄື້ນມ່ວນຊື່ນການແຂ່ງຂັນເຮືອຊ່ວງ ມີເຮືອເຂົ້າແຂ່ງຂັນທັງໝົດ 4 ລຳ, ບັນຈຸສີພາຍບໍ່ເກີນ 7 ສີພາຍ ຊຶ່ງມາຈາກ 4 ຕົວເມືອງ ຄື: ເມືອງດາກຈຶງ, ເມຶອງກະລຶມ, ເມືອງລະມາມ ແລະ ເມືອງທ່າແຕງ
ຜ່ານການແຂ່ງຂັນ ຜົນປະກົດວ່າ: ເຮືອຊ່ວງ ເມືອງທ່າແຕງ ໄດ້ເປັນແຊ້ມໃນປີ 2018 ນີ້ ໄດ້ຮັບຂັນ ຊະນະເລີດ 1 ໜ່ວຍ, ເງິນສົດ 3 ລ້ານກີບ, ພ້ອມໃບຍ້ອງຍໍ 1 ໃບ, ອັນດັບທີ 2 ເມືອງ ດາກຈຶງ ໄດ້ຮັບເງິນສົດ 2 ລ້ານກີບ, ພ້ອມໃບຍ້ອງຍໍ 1 ໃບ, ແລະ ອັນດັບທີ 3 ແມ່ນເມືອງລະມາມ ຮັບເງິນສົດ 1 ລ້ານກີບ, ພ້ອມໃບຍ້ອງຍໍ 1 ໃບ
Editor: ກຳປານາດ ລັດຖະເຮົ້າ