ຕົ້ນເດືອນພຶດສະພາ 2018 ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີເປີດແຫຼ່ງທ່ອງທ່ຽວ ລີສອດຕາດເຍືອງ ເນື່ອງໃນໂອກາດປີທ່ອງທ່ຽວລາວ 2018 ຂື້ນຢູ່ທີ່ສະຖານທີ່ລີສອດຕາດເຍືອງ ຢ່າງເປັນການ, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ພອນສະຫັວນ ໄຊສົມພັນ ຮອງເຈົ້າເມືອງໆຫົງສາ, ມີການນໍາຂອງເມືອງ, ຫົວໜ້າຫ້ອງການ ຖວທ ເມືອງ, ພະນັກງານ,ຫ້ອງການທີ່ກຽ່ວຂ້ອງພາຍໃນເມືອງ ເຈົ້າຂອງລີສອດຕາດເຍືອງ ແລະ ອໍານາດການປົກຄອງບ້ານ ເຂົ້າຮ່ວມຢ່ງພ້ອມພຽງ.
ໃນພິທີ ທ່ານ ສົມຍົດ ອານຸວົງ ຫົວໜ້າ ຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທຽ່ວເມືອງຫົງສາ ກໍ່ໄດ້ ຜ່ານປະຫວັດຄວາມເປັນມາ ຂອງແຫຼ່ງທ່ອງທ່ຽວ ລີສອດຕາດເຍືອງໂດຍຫຍໍ້, ເຊີ່ງນໍ້າຕົກຕາດເຍືອງ ແມ່ນເກີດມາຈາກສາຍນໍ້າຫ້ວຍອົມດອນ ທີ່ໄຫຼມາຈາກຮ່ອມພູສູງ ລົງສູ່ລົງສູ່ບ່ອນຫາບພຽງ ຜ່ານຫຼາຍໜ່ວຍພູ ທີ່ສູງຊັນ ຈົນເຮັດໃຫ້ເກີດ ມີນໍ້າຕົກ 5 ແຫ່ງ,ໃນສາຍນໍ້າດຽວກັນ ແລະ ນໍ້າຕົກຕາດ ແຕ່ລະແຫ່ງໃນເມື່ອກ່ອນຈະປະກົດເຫັນໂຕເຍືອງລົງມາກິນນໍ້າ ແລະ ອາບນໍ້າ ດັ່ງນັ້ນ ຊາວບ້ານຈື່ງເອີ້ນວ່າ: ນໍ້າຕົກຕາດເຍືອງຈົນເຖີງທຸກມື້ນີ້, ຕາດແຫ່ງນີ້ຕັ້ງຢູ່ເຂດບ້ານປາກຫ້ວຍຍາງ ໄປຕາມເສັ້ນທາງຫຼວງແຫ່ງຊາດ 4 B ລະຫວ່າງ ເມືອງຫົງສາ ແຂວງໄຊຍະບູລີ ຫາເມືອງຈອມເພັດ, ແຂວງຫຼວງພະບາງ ຫ່າງຈາກເທດສະບານເມືອງຫົງສາ ປະມານ 31 ກິໂລເມັດ ໂດຍແມ່ນບໍລິສັດ ກັນຍາການຄ້າ ຂາເຂົ້າ - ຂາອອກ ຈໍາກັດ, ເປັນຜູ່ສໍາປະທານ ໃນເນື້ອທີ່ທັງໝົດ 15 ເຮັກຕາ, ຜ່ານມາ ທ່ານ ກັນຍາ ມຸງຄຸນ ໄດ້ສົມທົບກັບຂະແໜງທີ່ກ່ຽວຂ້ອງພາຍໃນເມືອງ, ລົງສໍາຫຼວດເກັບກໍາຂໍ້ມູນເປັນເວລາຫຼາຍປີ ແລະ ມີແນວຄິດຢາກພັດທະນາສະຖານທີ່ແຫ່ງນີ້ ເປັນແຫຼ່ງທ່ອງທ່ຽວທໍາມະຊາດ ເພື່ອອະນຸລັກຮັກສາຊັບພະຍາກອນ, ປ່າໄມ້,ແຫຼ່ງທໍາມະຊາດໄວ້, ເນື່ອງຈາກວ່າ ສະຖານທີ່ດັ່ງກ່າວ ມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ພູຜາປ່າໄມ້, ພຶດພັນຫຼາຍຊະນິດ, ສັດສາວາສີ່ງນານາພັນ ມີນໍ້າໄຫຼເຢັນຕະຫຼອດປີ, ເຊີ່ງປະຈຸບັນນີ້ການກໍ່ສ້າງພື້ນຖານໂຄງລ່າງ, ເສັ້ນທາງ, ໄຟຟ້າ, ນໍ້າລີນ ແລະ ສະຖານທີ່ພັກເຊົາຊ່າວຄາວ, ພ້ອມດ້ວຍຫ້ອງນໍ້າສາທາລະນະ ສໍາເລັດແລ້ວ ແລະ ພ້ອມນີ້ຍັງມີຊ້າງ 2 ໂຕ, ໄວ້ຄອຍບໍລິການທ່ານຊື່ງສາມາດຮອງຮັບການມາທ່ອງທຽ່ວຊົມ ພັກຜ່ອນ ຂອງແຂກພານໃນ ແລະ ຕ່າງປະເທດໄດ້
ແຫລ່ງຂ່າວ ທີມຂ່າວ ເມືອງຫົງສາ
Editor: ກຳປານາດ ລັດຖະເຮົ້າ