ຄະນະກຳມະການມໍລະດົກໂລກ ອຸຍເນັສໂກ UNESCO ໄດ້ປະກາດຮັບຮອງເອົາທົ່ງໄຫຫີນ ຊຽງຂວາງ ເປັນມໍລະດົກໂລກ ຢ່າງເປັນທາງການ ແລ້ວ. ເຊີ່ງເປັນທີ່ຫນ້າພູມໃຈ ຂອງປະຊາຊົນລາວ ກາຍເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ.
ຄະນະກຳມະການມໍລະດົກໂລກ ອຸຍເນສໂກ ຈັດຂຶ້ນທີ່ນະຄອນຫລວງ ບາກູ ປະເທດອາແຊກໄບຊານ ພ້ອມທັງໄດ້ຮັບຮອງເອົາທົ່ງໄຫຫີນ ແຂວງຊຽງຂວາງ ເຂົ້າເປັນມໍລະດົກໂລກ ເປັນທີ່ຮຽບຮ້ອຍແລ້ວ. ໃນນັ້ນຄະນະຜູ້ແທນສປປ ລາວ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ນໍາໂດຍທ່ານ ສາດສະດາຈານ ດຣ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ພ້ອມດ້ວຍຄະນະ ມີ ທ່ານ ບຸນຕົ້ນ ຈັນທະພອນ ເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ, ມີ ທ່ານ ທອງໃບ ໂພທິສານ ຫົວຫນ້າກົມມໍລະດົກ
ສປປ ລາວ ໄດ້ນຳສະເໜີເອົາທົ່ງໄຫຫີນ ແຂວງຊຽງຂວາງ ເຂົ້າເປັນມໍລະດົກໂລກ ຈຳນວນ 11 ແຫ່ງ, ຈາກທັງໝົດເກືອບ 20 ແຫ່ງທີ່ຄົ້ນພົບ ແລະ ບັນທຶກເປັນທາງການ ເຂົ້າເປັນມໍລະດົກໂລກ. ກາຍເປັນມໍລະດົກແຫ່ງທີສາມຂອງ ສປປ ລາວ ປະກອບມີ: ວັດພູຈຳປາສັກ, ເມືອງຫລວງພະບາງ, ທົ່ງໄຫຫີນ, ແຂວງຊຽງຂວາງ
ໃນຊຸມປີຜ່ານມາ ສປປ ລາວ ໄດ້ມີຮັບຜົນສຳເລັດໃນຫລາຍດ້ານ ໃນການສູ້ຊົນ ທູ່ມເທເຮື່ອແຮງໃນການສະເນີ ເອົາແຫລ່ງທ່ອງທ່ຽວ ທີ່ມີສື່ສຽງ ຕໍ່ຄະນະກຳມະການມໍລະດົກໂລກ ເພື່ອພິຈາລະນາ ໃຫ້ຮັບຮອງເຂົ້າເປັນມໍລະດົກໂລກ ແລະ ໃນທີ່ສຸດ ຄວາມຄາດຫວັງກໍ່ສຳເລັດ ເປັນໄຊຊະນະ ທີ່ຫອມຫວນ ແລະ ປາບປື່ມຍິນດີ ເປັນກຽດສັກສີ ຂອງ ສປປ ລາວ.
Editor: ບກ: ກຳປານາດ ລັດຖະເຮົ້າ #kampanath latthahao