ຕາດຊາຍ ເປັນແຫຼ່ງທ່ອງທ່ຽວນ້ຳຕົກຕາດສວຍງາມແຫ່ງຫນື່ງ ໃນເຂດປ່າສະຫງວນພູເຂົາຄວຍ ຕັ້ງຢູ່ໃກ້ກັບຕາດເລິກ, ເຂດບ້ານຫາດໄຄ້, ຫ່າງຈາກເທດສະບານເມືອງທ່າພະບາດ ແຂວງບໍລິຄໍາໄຊ ປະມານ 20 ກີໂລແມັດ. ມີທຳມະຊາດທີ່ອ້ອມຮອບ ຍັງຄົງຄວາມອຸດົມສົມບູນ ສີຂຽວ ໄປດ້ວຍປ່າໄມ້ ນ້ອຍ-ໃຫຍ່ ແລະ ສັດປ່າບາງຊະນິດ, ທຳມະຊາດຍັງມີຄວາມອຸດົມສົມບູນ ຂອງນິເວດວິທະຍາ, ອາກາດບໍລິສຸດ ສົດຊື່ນ.
ຕາດຊາຍ ຖືເປັນສະຖານທີ່ທ່ອງທ່ຽວໜຶ່ງທີ່ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດນິຍົມໄປທ່ຽວ, ພັກຜ່ອນ ສຳຜັດກັບສາຍນໍ້າ ທໍາມະຊາດ ໂດຍສະເພາະໃນຊ່ວງລະດູຝົນນີ້, ຕາດຊາຍຈະມີຄວາມງົດງາມເປັນພິເສດ, ເປັນນ້ຳຕົກຕາດຫລາຍຊັ້ນ ສະເລ່ຍ 7-8 ຊັ້ນ, ມີຄວາມສວຍງາມ ເວລານ້ຳໄຫລລົງ ສາມາດລົງຫລີ້ນນ້ຳໄດ້, ຊຸ່ມເຢັນກັບສາຍນ້ຳໃນທຳມະຊາດ ທ່າມກາງປ່າໄມ້ທີ່ອຸດົມສົມບູນ.
ນອກນັ້ນ ບໍລິເວນຜາຊາຍ ຍັງເປັນບ່ອນສຶກສາຄົ້ນຄວ້າວິໄຈຊີວະນາໆພັນ ໂດຍສະເພາະແມ່ນດອກເຜີ້ງປ່າ ດອກໄມ່ປ່າ ຫລາຍຊະນິດແນວພັນ ເປັນທີ່ສຶກສາຮຽນຮູ້ ທາງດ້ານພຶດພັນປ່າໄມ້ ທີ່ຫນ້າສົນໃຈ, ສະນັ້ນ ນັກທ່ອງທ່ຽວໃດ ມີໂອກາດ ຫາເວລາ ໄປທ່ຽວໄດ້ ຫລື ຈັດໂປແກຣມການທ່ອງທ່ຽວ 2 ວັນ 1 ຄືນ ກໍ່ຍັງໄດ້.