Tenkawa Laos (ເທັງຄາວາ ລາວ) ແມ່ນໂຄງການປະກວດຮູບຖ່າຍເລົ່າເລື່ອງ ທີ່ເປີດໂອກາດໃຫ້ນັກຮຽນລະດັບ ມ.ປາຍ ໃນທົ່ວປະເທດ ຜູ້ທີ່ມີພອນສະຫວັນ ແລະ ມັກຮັກໃນການຖ່າຍຮູບ ສົ່ງຜົນງານຮູບຖ່າຍເລົ່າເລື່ອງຂອງຕົນເອງເຂົ້າມາຮ່ວມແຂ່ງຂັນ.
ເພື່ອເປັນຕົວແທນທີມລາວ ເຂົ້າຮ່ວມການແຂ່ງຂັນຖ່າຍຮູບນາໆຊາດທີ່ ແຂວງຮັອກໄກໂດ ປະເທດຍີ່ປຸ່ນ. Tenkawa Laos ປີ 2019 ແມ່ນປີທຳອິດ ທີ່ຈັດຂື້ນ ພາຍໃຕ້ຫົວຂໍ້ຮູບຖ່າຍເລົ່າເລື່ອງ "Our Proud Community, ຊຸມຊົນທີ່ຂ້ອຍພູມໃຈ" ກະຕິກາແມ່ນ ນ້ອງໆ ມ.ປາຍ ໃຫ້ຈັບກຸ່ມກັນ 3 ຄົນ, ຖ່າຍຮູບມາຄົນລະ 2 ໃບ (ລວມທັງຫມົດແມ່ນ 6 ຮູບຖ່າຍ) ເຊິ່ງແຕ່ລະຮູບຕ້ອງມີຄວາມສອດຄ້ອງ ຕໍ່ເນື່ອງ ແລະ ເປັນເລື່ອງລາວດຽວກັນ.
ການແຂ່ງຂັນໃນປີທຳອິດ ມີນ້ອງໆນັກຮຽນຈາກທົ່ວປະເທດ ສົ່ງຜົນງານຂອງທີມຕົນເອງມາແຂ່ງຂັນ 48 ທີມ. ຜ່ານການຄັດເລືອກຮອບສຸດທ້າຍຈາກຄະນະກຳມະການ ໃນວັນທີ 25 ພຶດສະພາ 2019, ຜົນການແຂ່ງຂັນ ແມ່ນນັກຮຽນ ທີມ ຊີວິດໃໝ່ ຈາກ ໂຮງຮຽນ ມສ ສັນຕິພາບ ແຂວງຫລວງພະບາງ ໄດ້ຮັບລາງວັນຊະນະເລີດອັນດັບທີ 1.
ໃນທີມປະກອບມີ ອາຈານທີ່ປຶກສາ ອາຈານ ຢາກຸ ຈະ, ທ. ຄຳຫຼ້າ ເຫຼົາ, ນາງ. ຢົວ ເລົາ ແລະ ທ້າວ. ໃຢລີ ເຈີຫວັງ. ອາຈານທີ່ປຶກສາ ແລະ ນ້ອງໆໄດ້ເປັນຕົວແທນ ທີມລາວໄປແຂ່ງຂັນຮູບຖ່າຍລະດັບນາໆຊາດ ທີ່ ແຂວງ ຮັອກໄກໂດ ປະເທດຍີ່ປຸ່ນ.
ການແຂ່ງຂັນທີ່ຍີ່ປຸ່ນ ພາຍໃຕ້ຊື່ງານ the 5th Higashikawa Youth Fest (ງານແຂ່ງຂັນຮູບຖ່າຍນັກຮຽນນາໆຊາດ ຄັ້ງທີ 5 ທີ່ເມືອງ ຮິກະຊິຄະວ້າ ແຂວງ ຮັອກໄກໂດ ຈັດຂື້ນໃນລະຫວ່າງ ວັນທີ 2-7 ສິງຫາ 2019 ທີ່ຜ່ານມາ. ມີນັກຮຽນທັງຫມົດ 24 ທີມ, ຈາກ 22 ປະເທດເຂົ້າຮ່ວມ. ຕົວແທນທີມຈາກປະເທດລາວ ເຂົ້າຮ່ວມການແຂ່ງຂັນລາຍການນີ້ ເປັນຄັ້ງທຳອິດ. ການແຂ່ງຂັນແບ່ງອອກເປັນ 3 ມື້, ນ້ອງໆນັກຮຽນຕ້ອງໄດ້ອອກທຣິບ ເພື່ອຖ່າຍຮູບຕາມສະຖານທີ່ຕ່າງໆ ທີ່ທີມງານໄດ້ຈັດສັນໄວ້ໃຫ້. ສະຖານທີ່ຖ່າຍຮູບ ມີທັງຢູ່ ງານເທດສະການດອກໄມ້ໄຟ, ສະຖານທີ່ທຳມະຊາດ ແລະ ບັນຍາກາດຕົວເມືອງ. ມາຮອດວັນທີ 07 ສິງຫາ ໄດ້ມີພິທີປິດງານ ແລະ ປະກາດຜົນລາງວັນຢ່າງເປັນທາງການ ຜົນປາກົດວ່າ ນ້ອງໆນັກຮຽນສາມາດຍາດມາໄດ້ 2 ລາງວັນ. ຄື:
1. ລາງວັນຊະນະເລີດ ອັນດັບທີ 3, ລາງວັນ Hokko Gakuen Award ປະເພດບຸກຄົນ. ເຊິ່ງມອບລາງວັນໂດຍ ຕ່າງຫນ້າໂຮງຮຽນ Higashikawa (ໂຮງຮຽນທີ່ຈັດງານ)
2. ລາງວັນ Students and Teachers’ Choice Award ເປັນລາງວັນທີ່ໄດ້ຮັບການໂຫວດຫຼາຍທີ່ສຸດໂດຍອາຈານ ແລະ ນັກຮຽນທີ່ເຂົ້າຮ່ວມໂຄງການທັງຫມົດ ທີ່ໂຫວດໃຫ້ຜົນງານຮູບຖ່າຍທີ່ເຂົາເຈົ້າມັກ ແລະ ປະທັບໃຈທີ່ສຸດ.
ເຊິ່ງທັງສອງລາງວັນນີ້ ແມ່ນຜົນງານຂອງ ທ. ໃຢລີ ເຈີຫວັງ. ນ້ອງໆໄດ້ຮັບ ຫຼຽນລາງວັນ ແລະ ໃບປະກາດລາງວັນ ຈາກຄະນະຈັດງານ.
ນ້ອງໆນັກຮຽນ ມ ປາຍ ທີ່ມັກໃນການຖ່າຍຮູບ ຢາກເຂົ້າຮ່ວມແຂ່ງຂັນ.
ສາມາດຕິດຕາມການເຄື່ອນໄຫວຂອງໂຄງການໄດ້ ຜ່ານ facebook: Tenkawalaos ( ຫລື Let’s Go to Hokkaido Laos High School Student Photography Contest). ທຸກການສະໝັກບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆທັງນັ້ນ.